• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິ​ດ​ທິ​ຜົນ

ຕອນເຊົ້າວັນທີ 13 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ, ພົນໂທ ເຈິ່ນກວາງເຟືອງ, ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ວົງສັກ ພັນທະວົງ, ປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ລາວ, ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ຕ້ອນຮັບທ່ານປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດ ລາວ ວົງສັກ ພັນທະວົງ (ພາບ: Doãn Tấn/TTXVN)
ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄດ້ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽນາມ ຍາມໃດກໍຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ  - ລາວ. ໃນໄລຍະຈະມາເຖິງ, ສອງກໍາມາທິການ ຈະສືບຕໍ່ສົມທົບກັນເພື່ອກະກຽມການຢ້ຽມຢາມໃຫ້ການນຳພັກ, ລັດສອງປະເທດຄັ້ງຕ່າງໆໃຫ້ເປັນຢ່າງດີ; ຕັ້ງໜ້າກະກຽມໃຫ້ບັນດາກອງປະຊຸມ, ກອງປະຊຸມສຳມະນາ, ປຶກສາຫາລືບົດຮຽນປະສົບການເຄື່ອນໄຫວໃນການສ້າງກົດໝາຍ, ສຳຫຼວດກວດກາຂໍ້ຕົກລົງສອງຝ່າຍ… ຜ່ານນັ້ນ, ນຳການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າເກົ່າ. ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະສົມທົບ, ແລກປ່ຽນແບ່ງປັນບົດຮຽນປະສົບການກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດລາວ ເພື່ອພ້ອມກັນປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ ກໍຄືຂໍ້ຕົກລົງສະບັບຕ່າງໆທີ່ສອງຝ່າຍໄດ້ຮັບການລົງນາມໃຫ້ມີປະສິດທິຜົນ.

ສ່ວນທ່ານປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ລາວ ວົງສັກ ພັນທະວົງ ປາດຖະໜາວ່າ ໃນໄລຍະຈະມາເຖິງ ສະພາແຫ່ງຊາດສອງປະເທດ ສືບຕໍ່ເອົາໃຈໃສ່ຊີ້ນຳບັນດາອົງການຂອງສະພາແຫ່ງຊາດ, ອົງການຂອງຄະນະປະຈຳສະພາແຫ່ງຊາດສອງປະເທດ ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວຮ່ວມມື, ແລກປ່ຽນແບ່ງປັນບົດຮຽນປະສົບການເຄື່ອນໄຫວໃຫ້ຫຼາຍກວ່າອີກ.  

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top