• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ ແລະ ແທດ​ຈິງກວ່າ

ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຕອນເຊົ້າວັນທີ 9 ກຸມພາ, ຢູ່ວັງ Istana, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob

ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ເນັ້ນໜັກວ່າ ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະກອບສ່ວນນຳການພົວພັນລະຫວ່າງສອງປະເທດ ນັບມື້ນັບພັດທະນາຢ່າງເຂັ້ມແຂງ ແລະ ແທດຈິງກວ່າ.

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຈະສົ່ງເສີມໃຫ້ວິສາຫະກິດ ສິງກະໂປ ເປີດກວ້າງການພັດທະນາຢູ່ເຂດອຸດສາຫະກຳ VSIP ຕາມທິດສີຂຽວ, ອັດສະລິຍະ, ປະຢັດພະລັງງານ; ພ້ອມທັງຄົ້ນຄວ້າ, ເປີດກວ້າງເຂດອຸດສາຫະກຳ ຢູ່ທ້ອງຖິ່ນຕ່າງໆທີ່ຢູ່ໄກຈາກສູນກາງ, ເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ພັດທະນາເຂດຕ່າງໆຢ່າງສະໝ່ຳສະເໝີ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍ ລົງນາມໃນຂໍ້ຕົກລົງຮ່ວມມືດ້ານແຮງງານລະຫວ່າງສອງປະເທດໂດຍໄວ.

ການນຳສອງທ່ານເຫັນດີເປັນເອກະພາບ ສືບຕໍ່ເຮັດໃຫ້ບັນດາເສົາຄ້ຳຮ່ວມມື, ພິເສດແມ່ນດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ, ພະນັກງານຄຸ້ມຄອງ; ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ກະຕຸ້ນການທ່ອງທ່ຽວ; ຍູ້ແຮງການຍົກອອກຂໍ້ລິເລີ່ມກ່ຽວກັບການເຊື່ອມຕໍ່ການເດີນເຮືອ…

ສອງຝ່າຍກໍໃຫ້ຄຳໝັ້ນສັນຍາ ຍູ້ແຮງການຮ່ວມມືໃນຂອບເຂດເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນ: ອາຊຽນ, ສປຊ; ເຫັນດີສືບຕໍ່ຮ່ວມມືກັນສ້າງປະຊາຄົມ ອາຊຽນ ພັດທະນາຢ່າງມີສະຖຽນລະພາບ, ສາມັກຄີ ແລະ ໝັ້ນຄົງເຂັ້ມແຂງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top