• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື OECD ກັບ​ພາ​ກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ບັນດາສະມາຊິກ OECD ໄດ້ເນັ້ນໜັກວ່າ ໃນສະພາບການເສດຖະກິດໂລກມີການເຕີບໂຕຊ້າລົງ, ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ສືບຕໍ່ແມ່ນຈຸດພົ້ນເດັ່ນກ່ຽວກັບການຟື້ນຟູ ແລະ ພັດທະນາເສດຖະກິດ.
  ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 11 ໂຄງການ ອາຊີຕາເວັນອອກສ່ຽງໃຕ້ ຂອງ ອົງການຮ່ວມມື ແລະ ພັດທະນາເສດຖະກິດ OECD (ພາບ: TTXVN)  

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 11 ໂຄງການ ອາຊີຕາເວັນອອກສ່ຽງໃຕ້ ຂອງ ອົງການຮ່ວມມື ແລະ ພັດທະນາເສດຖະກິດ OECD (SEARP) ຈັດຂຶ້ນໃນວັນທີ 26 ເມສາ ຢູ່ນະຄອນຫຼວງ ປາຣີ, ຝລັ່ງ, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນມິງຮັ່ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Brendan Pearson ເອກອັກຄະລັດຖະທູດ, ຫົວໜ້າຄະນະ ອົດສະຕາລີ ປະຈຳ OECD ໃນຖານະເປັນປະທານຮ່ວມໂຄງການ SEARP.

ທີ່ກອງປະຊຸມ, ບັນດາສະມາຊິກ OECD ໄດ້ເນັ້ນໜັກວ່າ ໃນສະພາບການເສດຖະກິດໂລກມີການເຕີບໂຕຊ້າລົງ, ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ສືບຕໍ່ແມ່ນຈຸດພົ້ນເດັ່ນກ່ຽວກັບການຟື້ນຟູ ແລະ ພັດທະນາເສດຖະກິດ. ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ສືບຕໍ່ແມ່ນບຸລິມະສິດແຖວໜ້າໃນການຜັນຂະຫຍາຍຍຸດທະສາດທົ່ວໂລກ ຂອງ OECD. ບັນດາປະເທດສະມາຊິກ OECD ສະແດງຄວາມປາດຖະໜາຢາກນຳການພົວພັນຄູ່ຮ່ວມມື OECD ກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂຶ້ນສູ່ລະດັບສູງໃໝ່ ໃຫ້ສົມກັບບົດບາດສຳຄັນຂອງພາກພື້ນ ນັບທັງທາງດ້ານຍຸດທະສາດ ແລະ ກຳລັງບົ່ມຊ້ອນພັດທະນາເສດຖະກິດ.

(ແຫຼ່ງຄັດຈາກ VOV)

ເສີມຂະຫຍາຍຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງຢ່າງມີປະສິດທິຜົນ

ເສີມຂະຫຍາຍຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງຢ່າງມີປະສິດທິຜົນ

ແລະກໍ່ໃນຕອນບ່າຍວັນດຽວກັນ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ

Top