• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈ​ີນ​ເຂົ້າ​ສູ່​ລວງ​ເລິກ

ທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເນັ້ນໜັກວ່າ ສອງຝ່າຍຄວນແກ້ໄຂບັນຫາທີ່ເກີດຂຶ້ນເພີ່ມໃໝ່ຢູ່ເຂດຊາຍແດນ, ຍົກສູງປະສິດທິຜົນໃນການຄຸ້ມຄອງ. ເລື່ອງສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີນັ້ນຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ.


ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ

(ພາບ: TTXVN) 
 

ຕອນເຊົ້າວັນທີ 23 ສິງຫາ, ຢູ່ຂົວ ບັກລວນ II ຂຶ້ນກັບຄູ່ດ່ານຊາຍແດນສາກົນ ມ໊ອງກ໊າຍ (ຫວຽດນາມ) - ຕູງຊິງ (ຈີນ) ໄດ້ດຳເນີນພິທີສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສົນທິສັນຍາເຂດຊາຍແດນທາງບົກ ແລະ 10 ປີແຫ່ງການຜັນຂະຫຍາຍເອກະສານນິຕິກຳ 3 ສະບັບກ່ຽວກັບເສັ້ນຊາຍແດນທາງບົກ ຫວຽດນາມ - ຈີນ ໂດຍທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ເປັນປະທານຮ່ວມ.

ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ຖືການຮັກສາການພົວພັນບ້ານໃກ້ເຮືອນຄຽງມິດຕະພາບເປັນສຳຄັນທີ່ສຸດ, ພ້ອມແລ້ວທີ່ຈະພ້ອມກັບຈີນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນເຂົ້າສູ່ລວງເລິກ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການສົມທົບກັນໃນວຽກງານຄຸ້ມຄອງເຂດຊາຍແດນ, ເສີມຂະຫຍາຍບົດບາດຂອງກົນໄກຄະນະກຳມະການລະຫວ່າງຊາຍແດນທາງບົກ ຫວຽດນາມ - ຈີນຢ່າງມີປະສິດທິຜົນ, ສືບຕໍໍ່ຊຸກຍູ້ການຮ່ວມມືຢູ່ເຂດຊາຍແດນເພື່ອບັນລຸໝາກຜົນແທດຈິງ, ເປັນຕົ້ນແມ່ນໃນບັນດາຂົງເຂດຄື: ເສດຖະກິດ, ການຄ້າ, ການທ່ອງທ່ຽວ.

        ສ່ວນທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເນັ້ນໜັກວ່າ ສອງຝ່າຍຄວນແກ້ໄຂບັນຫາທີ່ເກີດຂຶ້ນເພີ່ມໃໝ່ຢູ່ເຂດຊາຍແດນ, ຍົກສູງປະສິດທິຜົນໃນການຄຸ້ມຄອງ. ເລື່ອງສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີນັ້ນຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top