ສິ່ງດັ່ງກ່າວໂດຍ ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກທີ່ການເຮັດວຽກກັບຄະນະປະຈຳພັກນະຄອນ ດົ່ງນາຍ ໃນຕອບ່າຍວັນທີ 13 ມິຖຸນາ, ຢູ່ນະຄອນ ດົ່ງນາຍ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ເນັ້ນໜັກເປັນພິເສດເລື່ອງ ນະຄອນ ດົ່ງນາຍ ກວດກາຄືນຄັ້ງໃຫຍ່ການວາງແຜນກ່ຽວຂ້ອງເຖິງສະໜາມບິນ ລອງແທັ່ງ, ຮັບປະກັນຄວາມຄົບຊຸດ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ນຳໃຊ້ການພັດທະນາສະໜາມບິນສາກົນ ລອງແທັ່ງ ຢ່າງສູງສຸດເມື່ອນຳເຂົ້າໃຊ້ການໃນທ້າຍປີ 2026.
“ຄວາມຮຽກຮ້ອງແມ່ນບໍ່ມີການຍົກເວັ້ນ, ແນ່ນອນວ່າ ທ້າຍປີ 2026 ຕ້ອງປະຕິບັດຖືກຕາມຂໍ້ສະຫຼຸບຂອງຂັ້ນທີ່ມີສິດອຳນາດສຳລັບສະໜາມບິນ ລອງແທັ່ງ. ດົ່ງນາຍ ຍັງມີໜ້າທີ່ຈຳນວນໜຶ່ງກ່ຽວຂ້ອງເຖິງວຽກງານບຸກເບີກໜ້າພຽງ, ຍູ້ແຮງຄວາມຄືບໜ້າບັນດາໂຄງການ, ກິດຈະກຳພື້ນຖານໂຄງລ່າງຍຸດທະສາດເສັ້ນທາງຄວາມໄວສູງ ບຽນຮວ່າ ວູງເຕົ່າ, ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ນະຄອນ ໂຮ່ຈີມິນ - ທູເຢົ່າ 1 - ເຈີນແທັ່ງ… ໂຄງການເຊື່ອມຕໍ່ຈຳນວນໜຶ່ງທີ່ມີຄວາມໝາຍສຳຄັນເພື່ອຮັບປະກັນວ່າ ໂຄງການທ່າອາກາດສະຍານສາກົນ ລອງແທັ່ງ ຈະໄດ້ນຳເຂົ້າໃຊ້ການໃນທ້າຍປີ 2026”.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ນະຄອນ ດົ່ງນາຍ ຕັດສິນໃຈໃຫ້ທັງປີບັນລຸລະດັບເຕີບໂຕຜະລິດຕະພັນໃນບໍລິເວນ (GRDP) ແຕ່ 10% ຂຶ້ນໄປ; ສຸມໃສ່ໜູນຊ່ວຍວິສາຫະກິດເອກະຊົນ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດເຂົ້າຮ່ວມຕະຫຼາດ, ເຂົ້າເຖິງກັບບ້ວງສິນເຊື່ອ ແລະ ເຂົ້າຮ່ວມບັນດາໂຄງການໃຫຍ່.






