• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳສະໜາມບິນ ລອງແທ່ງ ເຂົ້າຂຸດຄົ້ນດ້ານການຄ້າໃນທ້າຍປີ 2026

ຕອນບ່າຍວັນທີ 29 ມີນາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປກວດກາສະພາບການຜັນຂະຫຍາຍການກໍ່ສ້າງສະໜາມບິນສາກົນ ລອງແທ່ງ, ແຂວງ ດົ່ງນາຍ.
  (ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ການເຮັດວຽກ)  

ພາຍຫຼັງໄປກວດກາສະພາບຕົວຈິງ, ທ່ານນາຍົກລັດຖະມົນຕີ ໄດ້ມີການເຮັດວຽກກັບບັນດາກະຊວງ, ຂະແໜງການ, ເຈົ້າຂອງລົງທຶນ, ນັກປະມູນກ່ຽວກັບສະພາບການຜັນຂະຫຍາຍ, ເພື່ອນຳທ່າອາກາດສະຍານສາກົນ ລອງແທ່ງ ເຂົ້າເຄື່ອນໄຫວຮັບໃຊ້ການຄ້າຕາມແຜນການ.

ສະຫຼຸບທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ທ່ານອາກາດສະຍານສາກົນ ລອງແທ່ງ ແມ່ນກິດຈະກຳຈຸດສຸມແຫ່ງຊາດ, ເດືອນ ສິງຫາ 2023 ໄດ້ເລີ່ມເຄື່ອນໄຫວກິດຈະກຳຈຳນວນໜຶ່ງ ແລະ ຮອດເດືອນ ກັນຍາ 2025 ໄດ້ຕ້ອນຮັບເຮືອບິນເຕັກນິກຖ້ຽວທຳອິດ. ພາຍຫຼັງຜັນຂະຫຍາຍເປັນເວລາກວ່າ 2 ປີ ໄດ້ຮັບການກໍ່ສ້າງສຳເລັດໂດຍພື້ນຖານ, ມີລາຍໂຄງການຍ່ອຍໄດ້ກໍ່ສ້າງສຳເລັດ, ຄື: ສູນບັນຊາທາງອາກາດ; ລານບິນລົງຈອດ, ເດີນຈອດ; ພິເສດແມ່ນອາຄານຜູ້ໂດຍສານທີ່ພວມໃນໄລຍະກໍ່ສ້າງສຳເລັດ…

ເມື່ອເນັ້ນໜັກເຖິງເປົ້າໝາຍຕ້ອງກໍ່ສ້າງສຳເລັດທ່າອາກາດສະຍານສາກົນ ລອງແທ່ງ ຊ້າສຸດແມ່ນໃນໄຕມາດທີ 3 ປີ 2026, ທ່ານນາຍົກລັດຖະມົນຕີໃສ່ໃຈວ່າ ຕ້ອງຮັບປະກັນຄຸນນະພາບ, ປອດໄພ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ; ວາງແຜນຜັງນະຄອນສະໜາມບິນ ລອງແທ່ງ, ພັດທະນາເສດຖະກິດການບິນ.

່(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​​ຄະ​ນະ​ພັກ​ກອງ​ທັບ ສູນ​ກາງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​​ຄະ​ນະ​ພັກ​ກອງ​ທັບ ສູນ​ກາງ

ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ຕາງໜ້າຄະນະພັກກອງທັບສູນກາງ, ທ່ານເລຂາທິການໃຫຍ່ ໂຕເລິມເຫັນດີເປັນເອກະພາບຕໍ່ເນື້ອໃນໂຄງການດຳເນີນງານ, ບັນດາເປົ້ໝາຍ; ໜ້າທີ່, ແຜນຮ່າງ, ໂຄງການ, ລາຍການລະອຽດ.

Top