• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນ ຫວຽດນາມ - ຈີນ ໃຫ້ຂຶ້ນສູ່ລະດັບສູງໃໝ່

ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ບັນດາມາດຕະການແກ້ໄຂບັນຫາທີ່ຍັງມີຄວາມແຕກຕ່າງກັນ, ຂໍ້ຕິດຂັດຈຳນວນໜຶ່ງ
  ທ່ານ ຫງວຽນ​ມິນ​ວູ, ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ຫວຽດນາມ (ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ)  
ກ່ອນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ປະ​ເທດ ສ​ປ.ຈີນ ແຕ່​ວັນ​ທີ 14 – 17 ເມ​ສາ ຂອງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ. ທ່ານ ຫງວຽນ​ມິນ​ວູ, ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ຫວຽດນາມ ໄດ້​ຕອບ​ສຳ​ພາ​ດ​ຕໍ່​ສື່ມວນ​ຊົນ. ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ມິນ​ວູ ເນັ້ນ​ໜັກ​ວ່າ, ການ​ຢ້ຽມ​ຢາມ​ແມ່ນ​ໂອ​ກາດ​ສຳ​ຄັນ​ເພື່ອ​ຍົກ​ລະ​ດັບ​ຄວາມ​ຕິດ​ພັນ​ຍຸດ​ທະ​ສາດ ແລະ ກຳ​ນົດ​ຄວາມ​ສູງ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ 2 ພັກ, 2 ລັດ. ການ​ນຳ​ສູງ​ສຸດ​ຂອງ 2 ປ​ະ​ເທດ​ຈະ​ພ້ອມ​ກັນ​ກຳ​ນົດ​ບັນ​ດາ​ການ​ກຳ​ນົດ​ທິດ​ໃຫຍ່, ບຸກ​ທະ​ລຸ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ, ການ​ລົງ​ທຶນ ແລະ ທ່ອງ​ທ່ຽວ… ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ບັນ​ຫາ​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​, ຂໍ້​ຕິດ​ຂັດຈຳ​ນວນ​ໜຶ່ງ, ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ການ​ຮ່ວມ​ມື​ທ້ອງ​ຖິ່ນ, ຈາກນັ້ນ ປະ​ກອບ​ສ່ວນ​ເຮັດ​ໃຫ້ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ມີ​ສະ​ຖຽ​ນ​ລະ​ພາບ, ຍືນ​ຍົງ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ, ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

(ແຫ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນ​ທີ 18 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີທີ່ Jerusalem, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ, ເລີ່ມ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ລັດ ອິດ​ສະ​ຣາ​ແອັນ ຢ່າງ​ເປັນ​ທາງ​ການ.

Top