• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ

ຕອນບ່າຍວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈີງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີອິດສະຣາແອັນ Naftali Bennett.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈີງ. (ພາບປະກອບ: VGP)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ອວຍພອນໃຫ້ທ່ານ Naftali Bennett ທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ອິດສະຣາແອນ ໃນເດືອນ ມິຖຸນາ ຜ່ານມາ; ປາດຖະໜາວ່າ 2 ຝ່າຍສົມທົບກັນໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19. ສ່ວນທ່ານນາຍົກລັດຖະມົນຕີ Naftali Bennett ຕີລາຄາສູງບັນດາຜົນງານຂອງຫວຽດນາມ ໃນໄລຍະຜ່ານມາ ໃນການຮັບມືກັບໂລກລະບາດໂຄວິດ-19, ກໍ່ຄືໃນການພັດທະນາເສດຖະກິດ-ສັງຄົມ ແລະ ການຕ່າງປະເທດ; ຢືນຢັນວ່າ, ອິດສະຣາແອັນ ຖືເປັນສຳຄັນເລື່ອງຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ.

ນາຍົກລັດຖະມົນຕີ 2 ທ່ານເຫັນດີພ້ອມແລ້ວທີ່ຈະຮ່ວມມືກັນຢ່າງແໜ້ນແຟ້ນເພື່ອນຳການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງ 2 ປະເທດໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ; ຍູ້ແຮງການເຈລະຈາ, ລົງນາມໃນສັນຍາການຄ້າເສລີ ແລະ ສັນຍາຮ່ວມມືແຮງງານລະຫວ່າງ 2 ປະເທດ, ວາງເປົ້າໝາຍສູງກວ່າແມ່ນສູ້ຊົນເພີ່ມທະວີການລົງທຶນ, ການຄ້າ 2 ສົ້ນ, ມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top