• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ຢ້ຽມ​ຢາມ ຫວຽດ​ນາມ: ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ສອງ​ຝ່າຍ

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ໄທ ພາຍຫຼັງ 11 ປີ, ເຊິ່ງກົງກັບຈຸດເວລາສອງປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (6/8/1976 - 6/8/2026), ຂີດໝາຍສຳຄັນໃນປະຫວັດສາດການພົວພັນລະຫວ່າງສອງປະເທດ.
ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ

ເລື່ອງທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ຈະເດີນທາງມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 15 ພຶດສະພາ ຫາວັນທີ 16 ພຶດສະພາ ບໍ່ພຽງແຕ່ຢັ້ງຢືນຄືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນພື້ນຖານຄູ່ຮ່ວມມືຍຸດທະສາດເທົ່ານັ້ນ, ຫາກຍັງສະແດງຄວາມຕັດສິນໃຈຂອງການນຳສອງປະເທດ ກ່ຽວກັບການນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເປີດໂອກາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ແລະ ແທດຈິງກວ່າ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ໄທ.

        ຕາມທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ແລ້ວ, ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ໄທ ພາຍຫຼັງ 11 ປີ, ເຊິ່ງກົງກັບຈຸດເວລາສອງປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (6/8/1976 - 6/8/2026), ຂີດໝາຍສຳຄັນໃນປະຫວັດສາດການພົວພັນລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ໃຫ້ຮູ້ວ່າ:

        “ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະດຳເນີນກອງປະຊຸມຄະນະລັດຖະບານຮ່ວມ ຄັ້ງທີ 4, ເຊິ່ງເປັນກົນໄກຮ່ວມມືດ້ວຍຊື່ເອີ້ນທີ່ພິເສດນັ້ນ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງສູງ ແລະ ຄວາມຕັດສິນໃຈລວມເພື່ອແນໃສ່ພັດທະນາການພົວພັນສອງຝ່າຍ. ພາຍໃຕ້ການເປັນປະທານ ແລະ ການຊີ້ນຳໂດຍກົງຂອງນາຍົກລັດຖະມົນຕີສອງຝ່າຍ, ສອງຝ່າຍກໍຈະສຳຫຼວດກວດຄືນ, ແກ້ໄຂບັນດາບັນຫາທີ່ພວມຕັ້ງຂຶ້ນ ແລະ ກຳນົດທິດທາງການຮ່ວມມືໃນທຸກຂົງເຂດ”.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top