• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຄຳ​ໝັ້ນ​ສັນ​ຍາ 3 ຮັບ​ປະ​ກັນ ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ນັກ​ລົງ​ທຶນ​ຍີ່​ປຸ່ນ

ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ການປະກອບສ່ວນຢ່າງແທ້ຈິງ , ມີປະສິດທິຜົນຂອງບັນດາວິສາຫະກິດຍີ່ປຸ່ນ ຕໍ່ການພັດທະນາຂອງ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນີ ຍີ່ປຸ່ນ Ishiba Shigeru ໄດ້ເຂົ້າຮ່ວມເວທີປາໄສ ຫວຽດນາມ - ຍີ່ປຸ່ນ

ຕອນບ່າຍວັນທີ 28 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນີ ຍີ່ປຸ່ນ Ishiba Shigeru ໄດ້ເຂົ້າຮ່ວມເວທີປາໄສ ຫວຽດນາມ - ຍີ່ປຸ່ນ ກ່ຽວກັບການຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີຍຸດທະສາດ, ເຕັກໂນໂລຢີສູງ, ການຫັນເປັນສີຂຽວ ແລະ ເຄິ່ງຊັກນຳໄຟຟ້າ.

ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ການປະກອບສ່ວນຢ່າງແທ້ຈິງ , ມີປະສິດທິຜົນຂອງບັນດາວິສາຫະກິດຍີ່ປຸ່ນ ຕໍ່ການພັດທະນາຂອງ ຫວຽດນາມ. ໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ບັນດາຂົງເຂດຄື: ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີສູງ, ນະວັດຕະກຳ, ພະລັງງານສະອາດ ແລະ ເສດຖະກິດສີຂຽວແມ່ນຂໍ້ກຸນແຈໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ:

ຍີ່ປຸ່ນສືບຕໍ່ຮ່ວມເດີນທາງ ແລະ ເພີ່ມທະວີການໜູນຊ່ວຍ ຫວຽດນາມ ຜ່ານບັນດາໂຄກງານຮ່ວມມືພັດທະນາ ລຸ້ນໃໝ່, ເປັນຕົ້ນແມ່ນບັນດາຂົງເຂດຫຼັກແຫຼ່ງ. ຍູ້ແຮງການຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດຖ່າຍທອດເຕັກໂນໂລຢີ, ຫັນເປັນສີຂຽວ, ການເງິນສີຂຽວ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ, ສູນການເງິນສາກົນ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ແນວ​ໂຮມ​ປົດ​ປ່ອຍ ໂມ​ຊຳ​ບິກ (FRELIMO)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ແນວ​ໂຮມ​ປົດ​ປ່ອຍ ໂມ​ຊຳ​ບິກ (FRELIMO)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງການເຂົ້າຮ່ວມຂອງພັກ FRELIMO , ພ້ອມກັບບັນດາພັກເພື່ອນມິດ, ອ້າຍນ້ອງມາຈາກ ອາບຟຼິກກາ ກໍ່ຄືຫຼາຍພາກພື້ນໃນໂລກ ແມ່ນຄວາມປະຕິຊົມຊືນທີ່ຍິ່ງໃຫຍ່, ການສະໜັບສະໜູນ, ລະດົມກຳລັງໃຈໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

Top