• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS ຄັ້ງ​ທີ 18

ນີ້​ເປັນ​ຄັ້ງ​ທຳ​ອິດ ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS ແລະ ແມ່ນ​ຄັ້ງ​ທີ 2 ທີ່ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS
  ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS ຄັ້ງ​ທີ 18 (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 12 ກັນ​ຍາ, ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ກຸ່ມ​ພື້ນ​ຖານ​ເສດ​ຖະ​ກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (BRICS) ຄັ້ງ​ທີ 18 ແລະ ເຮັດ​ວຽກ​ສອງ​ຝ່າຍ​ຢູ່ ອິນ​ເດຍ ແຕ່​ວັນ​ທີ 12 – 13 ກັນ​ຍາ 2026 ຕ​າມ​ຄຳ​ເຊື້​ອ​ເຊີນ​ຂອງ​ທ່ານ Narendra Modi ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ.

ນີ້​ເປັນ​ຄັ້ງ​ທຳ​ອິດ ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS ແລະ ແມ່ນ​ຄັ້ງ​ທີ 2 ທີ່ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS ຊຶ່ງສະ​ແດງ​ໃຫ້​ເຫັນ​ບົດ​ບາດ, ຖາ​ນະ​ຕຳ​ແໜ່ງ, ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ ແລະ ອະ​ນາ​ຄົດ​ຂອງ​ພາກ​ພື້ນ ແລະ ໂລກ. ທ່ານ​ນາງ ຫງວຽນ​ມິງ​ຮັ່ງ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ:

ໂຄງ​ການ​ດຳ​ເນີນ​ງານ​ຂອງ BRICS ເປີດກວ້າງ​ຈາກ​ເສດ​ຖະ​ກິດ, ການ​ເງິນ​ໄປ​ຍັງ​ບັນ​ດາ​ຂົງ​ເຂດ​ແມ່ນ​ກຳ​ລັງ​ໜູນ​ໃໝ່​ໃຫ້​ການ​ພັດ​ທະ​ນາ​ຄື​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ປັນ​ຍາ​ປະ​ດິດ, ພະ​ລັງ​ງານ… ການ​ເຂົ້າ​ຮ່ວມ, ແລກ​ປ່ຽນ​ຢູ່ກອງ​ປະ​ຊຸມ​ຊ່ວຍ​ພວກ​ເຮົາ​ຮັບ​ຮູ້ ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ, ທາບ​ທາມ​ບົດ​ຮຽນ​ປະ​ສົບ​ການ ແລະ ທິດ​ທາງ​ຮ່ວມ​ມື​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື, ມີ​ພື້​ນ​ຖານ​ຕື່ມ​ອີກ​ໃຫ້​ແກ່​ວິ​ວັດ​ການ​ສ້າງ, ບູ​ລະ​ນະ​ນະ​ໂຍ​ບາຍ​ພັດ​ທະ​ນາ, ປະ​ຕິ​ບັດ​ເປົ້າ​ມາຍ​ກໍ່​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ອງ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ, ເລິກ​ເຊິ່ງ ແລະ ແທ້​ຈິງກວ່າ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top