ຂ່າວສານ
ນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ພ້ອມທັງຕ້ອງຮັບມືກັບທຸກກໍລະນີຢ່າງມີໄຫວພິບ
ຕອນບ່າຍວັນທີ 5 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມຄະນະປະຈຳການລັດຖະບານ ກັບບັນດາກະຊວງ, ຂະແໜງການ, ອົງການ ກ່ຽວກັບໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນການບໍລິຫານນະໂຍບາຍເງິນຕາ, ນະໂຍບາຍປີການເງິນ 2026.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງເປົ້າໝາຍຕ້ອງຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕຢູ່ລະດັບສອງຕົວເລກ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ຄວບຄຸມໜີ້ສາທາລະນະ, ໜີ້ລັດຖະບານ, ໜີ້ຕ່າງປະເທດໃຫ້ຢູ່ໃນລະດັບອະນຸຍາດ, ພ້ອມກັນນັ້ນ ຕ້ອງຮັບມືຢ່າງມີໄຫວພິບ, ປອດໄພ, ມີປະສິດທິຜົນໃນບໍ່ວ່າສະພາບການໃດ.








