ເມື່ອກ່າວຄຳເຫັນໃນຊ່ອງໂທລະພາບ ອິດສະຣາແອັນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢືນວ່າ ບັ້ນຕໍ່ສູ້ຕ້ານລະບອບຢູ່ ອີຣານ ແນ່ນອນວ່າ ຈະສືບຕໍ່ດຳເນີນ. ອິດສະຣາແອັນ ໄດ້ກະກຽມແຜນການດ້ວຍຄວາມປະເອີບໃຈຫຼາຍຢ່າງໃນໄລຍະຕໍ່ໄປຂອງບັ້ນຕໍ່ສູ້, ເປົ້າໝາຍແມ່ນກໍ່ຄວາມຂາດສະຖຽນລະພາບ ແລະ ປ່ຽນແປງລະບອບຢູ່ ອີຣານ. ກໍໃນຖະແຫຼງການ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ຮຽກຮ້ອງໃຫ້ບັນດາສະມາຊິກທະຫານພິທັກປະຕິວັດອິດສະລາມ ອີຣານ ຈົ່ງວາງອາວຸດເພື່ອຮັບປະກັນຄວາມປອດໄພທາງຊີວິດອິນຊີ.
ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ຍົກອອກມາໃນສະພາບການບັ້ນຕໍ່ສູ້ໂດຍປະເທດນີ້ ແລະ ອາເມລິກາ ປຸກລະດົມຕ້ານຄືນ ອີຣານ ກ້າວເຂົ້າສູ່ອາທິດທີ 2. ຕອນຄ່ຳວັນທີ 07 ມີນາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ ໃນໄລຍະກວ່າໜຶ່ງອາທິດປະທະກັນ, ກອງທັບອາກາດປະເທດນີ້ໄດ້ຖິ້ມລະເບີດລົງດິນແດນ ອີຣານ ທັງໝົດກວ່າ 7.500 ລູກ, ຫຼາຍທົບຫຼາຍເທົ່າເມື່ອທຽບໃສ່ຈຳນວນລູກລະເບີດທີ່ນຳໃຊ້ໃນສົງຄາມ ເຕເຮຣານ ເມື່ອເດືອນ ມິຖຸນາ 2025.








