• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເດີນ​ທາງ​ຮອດ ອາ​ຟະ​ລິ​ກາ​ໃຕ້ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20

ຕອນເຊົ້າວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຮອດ ສ.ອາຟະລິກາໃຕ້. ຕ້ອນຮັບຄະນະຢູ່ສະໜາມບິນ, ທາງຝ່າຍ ອາຟະລິກາໃຕ້ ມີທ່ານລັດຖະມົນຕີຕາງໜ້າລັດຖະບານ, ການນຳກົມພິທີການກະຊວງການຕ່າງປະເທດ ອາຟະລິກາໃຕ້ ແລະ ຜູ້ປະສານງານຕິດຕາມ.
ພະນັກງານສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາຟະລິກາໃຕ້ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ (ພາບ: TTXVN)

ຝ່າຍ ຫວຽດນາມ ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້  ໂຮ່ສີເກື່ອງ ແລະ ພະນັກງານສະຖານທູດ. ນີ້ແມ່ນປະເທດສຸດທ້າຍໃນການປະຕິບັດງານຂອງທ່ານນາຍົກລັດຖະມົນຕີຢູ່ 3 ປະເທດ ຕາເວັນອອກກາງ ແລະ ອາຟະລິກາ.  ໃນສາມວັນເຮັດວຽກຢູ່ ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ປີ 2025 ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ອາຟະລິກາໃຕ້. ທ່ານນາງ Vuyiswa Tulelo ເອກອັກຄະລັດຖະທູດ ອາຟະລິກາໃຕ້ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

        “ນີ້ບໍ່ພຽງແຕ່ແມ່ນການຢ້ຽມຢາມຂອງປະມຸກລັດເທົ່ານັ້ນ, ຫາກຍັງແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນການຮັບຮູ້ອັນສຳຄັນໃນສາຍພົວພັນລະຫວ່າງ ອາຟະລິກາໃຕ້ ແລະ ຫວຽດນາມ ອີກດ້ວຍ. ເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມກອງປະຊຸມສຸດຍອດ G20 ກໍແມ່ນອີກບາດກ້າວໜຶ່ງ ທີ່ສະແດງໃຫ້ເຫັນສາຍພົວພັນນີ້ພວມນັບມື້ນັບເຂັ້ມແຂງ ແລະ ຂະຫຍັນຂັນເຄື່ອນກວ່າ.”

        ນີ້ແມ່ນຄັ້ງທີ 6 ທີ່ ຫວຽດນາມ ໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20, ເຂົ້າຮ່ວມຂໍ້ລິເລີ່ມຮ່ວມມືຈຳນວນໜຶ່ງໃນຂອບເຂດ G20.

(ແຫຼ່ງຄັດຈາກ VOV)

ເກີ່ນ​ເທີ​ຕ້ອງ​ຕັດ​ສິນ​ໃຈ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ IUU ຢ່າງ​ຂ້ຽວ​ຂາດ

ເກີ່ນ​ເທີ​ຕ້ອງ​ຕັດ​ສິນ​ໃຈ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ IUU ຢ່າງ​ຂ້ຽວ​ຂາດ

ບັນດາກົມກອງຂຶ້ນກັບກອງບັນຊາການທະຫານປ້ອງກັນຊາຍແດນ ນະຄອນ ເກິ່ນເທີ ໄດ້ພ້ອມກັນອອກເຄື່ອນທັບ, ປະສານສົມທົບກັບພະແນກກະສິກຳ ແລະ ສິ່ງແວດລ້ອມຈັດການເຜີຍແຜ່ໂຄສະນາບັນດາຂໍ້ກຳນົດຂອງລັດຖະບານ ແລະ ທ້ອງຖິ່ນ ກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ ໃຫ້ແກ່ບັນດາເຈົ້າຂອງພາຫະນະ, ກັບຕັນ ແລະ ຊາວປະມົງ. ບັນດາກົມກອງຂຶ້ນກັບກອງບັນຊາການທະຫານປ້ອງກັນຊາຍແດນ ນະຄອນ ເກິ່ນເທີ ໄດ້ພ້ອມກັນອອກເຄື່ອນທັບ, ປະສານສົມທົບກັບພະແນກກະສິກຳ ແລະ ສິ່ງແວດລ້ອມຈັດການເຜີຍແຜ່ໂຄສະນາບັນດາຂໍ້ກຳນົດຂອງລັດຖະບານ ແລະ ທ້ອງຖິ່ນ ກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ ໃຫ້ແກ່ບັນດາເຈົ້າຂອງພາຫະນະ, ກັບຕັນ ແລະ ຊາວປະມົງ.

Top