• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ

ຕອນເຊົ້າວັນທີ 20 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ເພື່ອພິຈາລະຈາ, ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ ແລະ ລົງທຶນດ້ວຍທຶນຂອງລັດ ຢູ່ວິສາຫະກິດ, ຮ່າງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍອາກອນການຈຳໜ່າຍພິເສດ (ສະບັບປັບປຸງ) ແລະ ກົດໝາຍອື່ນອີກບາງສະບັບ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ, ລັດຖະບານ ມີຄວາມຕັດສິນໃຈຢ່າງສູງ ແລະ ເດັດດ່ຽວຜັນຂະຫຍາຍການກໍ່ສ້າງ, ບູລະນະລະບອບລະບຽບການໃຫ້ສົມບູນແບບ, ເຊິ່ງເປັນໜຶ່ງໃນ 3 ບຸກທະລຸຍຸດທະສາດ; ຈັດກອງປະຊຸມຢ່າງຕໍ່ເນື່ອງ, ໃຫ້ການຊີ້ນຳເປັນປະຈຳ ແລະ ສ້າງຕັ້ງຄະນະຊີ້ນຳເພື່ອສຳຫຼວດກວດກາ, ແກ້ໄຂບັນດາສິ່ງທີ່ຄ້າງຄາທາງດ້ານນິຕິກຳ, ຜ່ານນັ້ນ ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຫຼຸດຜ່ອນລະບຽບການບໍລິຫານ ແລະ ຄ່າທຳນຽມໃຫ້ແກ່ປະຊາຊົນ, ວິສາຫະກິດ. ສຳລັບຮ່າງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ (ສະບັບປັບປຸງ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

        “ກົດໝາຍສະບັບນີ້ ປັບປຸງຕາມເນື້ອໃນຈິດໃຈ ເປີດກວ້າງຮາກຖານເກັບ, ເກັບຖືກຕ້ອງ, ເກັບຄົບຖ້ວນ ແລະ ທັນເວລາ, ຕ້ານການເກັບອາກອນໜ້ອຍກວ່າການກຳນົດ; ປ່ຽນແປງໃໝ່ນະໂຍບາຍດຶງດູດການລົງທຶນ ແລະ ສົ່ງເສີມການນຳໃຊ້ນະໂຍບາຍອາກອນ ໃນບັນດາຂົງເຂດ, ເຊັ່ນ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ… ພ້ອມທັງຫຼຸດຜ່ອນລະບຽບການບໍລິຫານ, ຫຼຸດຜ່ອນການລົບກວນ, ແບ່ງຂັ້ນ ແຕ່ສຳຄັນທີ່ສຸດ ແມ່ນເຮັດແນວໃດເພື່ອໃຫ້ປະຊາຊົນເສຍອາກອນຢ່າງງ່າຍດາຍ ແລະ ວຽກງານການຄຸ້ມຄອງກໍງ່າຍດາຍກວ່າ. ກະແສເງິນເຂົ້າອອກ ຕ້ອງນຳເຂົ້າລະບົບດີຈີຕອນໝົດ.”

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ວັນທີ 21 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການປຶກສາຫາລືເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່. ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເປັນປະທານວາລະປຶກສາຫາລື.

Top