• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ​ອຸ​ດ​ສາ​ຫະ​ກຳ​ຢາງ​ພາ​ລາ ຫວຽດ​ນາມ (VRG)

ເນື່ອງໃນໂອກາດມາປະຕິບັດງານຢູ່ນະຄອນ ໂຮ່ຈີມິນ, ວັນທີ 22 ກຸມພາ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເຮັດວຽກກັບການນຳກຸ່ມບໍລິສັດອຸດສາຫະກຳ ຢາງພາລາ ຫວຽດນາມ (VRG).
ການນຳກຸ່ມບໍລິສັດ VRG ມອບຂອງຂວັນທີ່ລະນຶກໃຫ້ແກ່ນາຍົກລັດຖະມົນຕີ ລາວ (ພາບ: VOV)

ນະທີ່ນີ້, ທ່ານ ເຈິ່ນກົງຄາ, ປະທານສະພາບໍລິຫານງານ ກຸ່ມບໍລິສັດອຸດສາຫະກຳ ຢາງພາລາ ຫວຽດນາມ ປາດຖະໜາວ່າ ທ່ານນາຍົກລັດຖະມົນຕີ ລາວ ສະໜັບສະໜູນແຜນນະໂຍບາຍຂອງທາງກຸ່ມບໍລິສັດ VRG ກ່ຽວກັບການເປີດກວ້າງເນື້ອທີ່ປູກຢາງພາລາ ຢູ່ ລາວ.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ການລົງທຶນເປີດກວ້າງເນື້ອທີ່ປູກຢາງພາລາ ຢູ່ ລາວ ຂອງ VRG ຄວນຕິດພັນກັບຜົນປະໂຫຍດຂອງປະຊາຊົນ ລາວ ຄືດັ່ງຮູບແບບຮ່ວມສຳພັນເພື່ອນຳໃຊ້ເນື້ອທີ່ດິນຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ກໍສະເໜີວ່າ VRG ຈະພິຈາລະນາການລົງທຶນໃນບັນດາຂົງເຂດຄືເຂດອຸດສາຫະກຳ, ພະລັງງານ... ໃນໄລຍະຈະມາເຖິງ ເພື່ອເພີ່ມມູນຄ່າວິສາຫະກິດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໂຮມປະ​ຊຸມ​ຜັນ​ຂະ​ຫຍາຍບົດ​ສະຫຼຸບ​ຂອງກ​ອງ​ປະ​ຊຸມ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ພັກ​​ຂອງສາມ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໂຮມປະ​ຊຸມ​ຜັນ​ຂະ​ຫຍາຍບົດ​ສະຫຼຸບ​ຂອງກ​ອງ​ປະ​ຊຸມ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ພັກ​​ຂອງສາມ​ປະ​ເທດ

ວັນທີ 22 ກຸມພາ, ເນື່ອງໃນໂອກາດເຂົ້າຮ່ວມການພົບປະລະຫວ່າງການນຳພັກສາມປະເທດ ຫວຽດນາມ - ກຳປູເຈຍ - ລາວ ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະເຮັດວຽກກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເພື່ອແນໃສ່ຊາບຊຶມບັນດາເນື້ອໃນທີ່ໄດ້ຕົກລົງກັນໃນບົດສະຫຼຸບຂອງກອງປະຊຸມພົບປະລະຫວ່າງການນຳສາມພັກ.

Top