• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ບຸນ​ກາ​ຣີ Rumen Radev

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທາບໍດີ ບຸນກາຣີ Rumen Radev, ຕອນບ່າຍວັນທີ 25 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານາທິບໍດີ Rumen Radev.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານາທິບໍດີ Rumen Radev (ພາບ: VGP)

ທີ່ການພົບປະ, ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານການຄ້າ - ການລົງທຶນສົມກັບເປັນການພົວພັນດ້ານການເມືອງອັນດີງາມ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍຂອບເຂດການຮ່ວມມືຢ່າງມີປະສິດທິຜົນລວມມີບັນດາຂໍ້ຕົກລົງທີ່ໄດ້ຮັບການລົງທຶນແລ້ວລະຫວ່າງສອງປະເທດ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ມີແຕ່ດົນນານ, ພ້ອມທັງເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນສະໜັບສະໜູນຄື: ຫັນເປັນດີຈີຕອນ, ສ້າງ ແລະ ເຊື່ອມຕໍ່ຮາກຖານຂໍ້ມູນດີຈີຕອນ, ປັນຍາປະດິດ, ເອເລັກໂຕນິກ, ແຮງງານ, ກະສິກຳ, ຄ້ຳປະກັນດ້ານສະບຽງອາຫານ… ສອງຝ່າຍໄດ້ເຫັນດີເປັນເອກະພາບຈະໜູນຊ່ວຍ, ເປັນປະຕູເຂົ້າອອກໃຫ້ແກ່ສິນຄ້າຂອງກັນໃນການສຳຜັດກັບຕະຫຼາດ ອາຊຽນ ແລະ EU.

ສ່ວນທ່ານປະທານາທິບໍດີ Rumen Radev ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດຂອງ ບຸນກາຣີ ຢູ່ອາຊີຕາເວັນອອກສ່ຽງໃຕ້, ທ່ານໃຫ້ຮູ້ວ່າມີວິສາຫະກິດແຖນໜ້າເກືອບ 30 ແຫ່ງຂອງ ບຸກກາຣີໄດ້ຕິດຕາມທ່ານ ປະທານາທິບໍດີໃນການຢ້ຽມຢາມຫວຽດນາມ ຄັ້ງນີ້ ແລະ ຈະເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ບຸກກາຣີ ທີ່ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນໃນວັນທີ 27 ພະຈິກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top