• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ ກວດ​ກາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ບິ່ງ​ເຢືອງ

ຕອນເຊົ້າວັນທີ 27 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ລົງຢ້ຽມຢາມ, ກວດກາ, ຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບິ່ງເຢືອງ (ພາບ: VGP)

ທີ່ໂຮງໝໍສາກົນ Becamex, ນະຄອນທ້ວນອານ, ທ່ານນາຍົກລັດຖະມົນຕີ ໄດ້ກວດກາພື້ນຖານໂຄງລ່າງ ແລະຕິດຕາມວຽກງານປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ມີອາການໜັກຢູ່ທີ່ນີ້. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ພິຈາລະນາ, ຈັດສົ່ງບັນດາພະຍາບານອາສາສະໝັກຈາກຮ່າໂນ້ຍມາໜູນຊ່ວຍ.

ເມື່ອລົງກວດກາຢູ່ເຂດຕະຫຼາດດົ່ງຝູ, ນະຄອນ ທ້ວນອານ ເຊິ່ງແມ່ນສະຖານທີ່ສະໜອງສິນຄ້າທີ່ຈຳເປັນໃຫ້ແກ່ ປະຊາຊົນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງຮັບປະກັນການປະຕິບັດ, ຜັນຂະຫຍາຍຢ່າງລະອຽດວຽກສະໜອງທັນຍະຫານ, ອາຫານທີ່ຈຳເປັນໃຫ້ແກ່ປະຊາຊົນຢູ່ເຂດຖືກປິດລ້ອມ. ທ່ານກ່າວວ່າ:

ປ້ອມປ້ອງກັນແມ່ນສະຖານທີ່ໃກ້ກັບປະຊາຊົນທີ່ສຸດ, ແມ່ນສະຖານທີ່ເຊິ່ງເຂົ້າໃຈປະຊາຊົນທີ່ສຸດ, ແມ່ນສະຖານທີ່ສາມາດຮຽກຮ້ອງ ປະຊາຊົນ ປະຕິບັດການປິດລ້ອມ. ທີ 2 ແມ່ນສະຖານທີ່ຮັບປະກັນການໜູນຊ່ວຍສັງຄົມ, ແລະ ທີ 3 ແມ່ນສະຖານທີ່ໃຫ້ປະຊາຊົນໝົດທຸກຄົນມີຄວາມຕ້ອງການດ້ານການແພດ ຈະໄດ້ຮັບການໜູນຊ່ວຍຢ່າງທັນການ. ຕ້ອງມີຄົນຍາມ 24/24 ຢູ່ຕາແສງ, ບ້ານ…

ພາຍຫຼັງໄປກວດກາ, ທ່ານນາຍົກລັດຖະມົນຕີ ໄດ້ມີການເຮັດວຽກກັບການນຳແຂວງບິ່ງເຢືອງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ຮອດວັນທີ 15 ກັນຍາ ແຂວງບິ່ງເຢືອງ ຕ້ອງມານະພະຍາຍາມນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top