• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 24 ກ່ຽວ​ກັບ​ໂຄງ​ການ, ກິດ​ຈະ​ກຳ​ສຳ​ຄັນລະ​ດັດແຫ່ງ​ຊາດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງເປັນເຈົ້າການຊີ້ນຳນຳພາສຳຫຼວດກວດຄືນ, ກວດກາຕີລາຄາ, ກຳນົດລະດັບ, ຍອດເງິນລົງທຶນ, ຂັ້ນຕອນ, ລະບຽບການລົງທຶນ, ຄັດເລືອກນັກລົງທຶນ, ຜູ້ຮັບເໝົາຮັບປະກັນຖືກຕ້ອງຕາມຂໍ້ກຳນົດ…
  ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: Dương Giang/TTXVN)  

ຕອນເຊົ້າວັນທີ 5 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງລັດ ກ່ຽວກັບບັນດາໂຄງການ, ກິດຈະກຳ ສຳຄັນລະດັບຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງເປັນປະທານກອງປະຊຸມຄັ້ງທີ 24. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງເປັນເຈົ້າການຊີ້ນຳນຳພາສຳຫຼວດກວດຄືນ, ກວດກາຕີລາຄາ, ກຳນົດລະດັບ, ຍອດເງິນລົງທຶນ, ຂັ້ນຕອນ, ລະບຽບການລົງທຶນ, ຄັດເລືອກນັກລົງທຶນ, ຜູ້ຮັບເໝົາຮັບປະກັນຖືກຕ້ອງຕາມຂໍ້ກຳນົດ… ທ່ານນາຍົກລັດຖະມົນຕີ ຊີ້ນຳວ່າ:

ແກ້ໄຂຄວາມຫຍຸ້ງຍາກ, ຮົ້ວກີດຂວາງຢ່າງທັນການເພື່ອສ້າງລະບອບລະບຽບການໃຫ້ສົມບູນແບບ. ສືບຕໍ່ສຳຫຼວດກວດຄືນ, ປັບປຸງ, ເພີ່ມເຕີມການວາງແຜນກຳນົດໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກ ກ່ຽວກັບພື້ນທີ່ພັດທະນາໃໝ່ຂອງປະເທດຊາດ. ເປັນເຈົ້າການວາງແຜນກຳນົດແຂວງ ໃນນັ້ນຕ້ອງເອົາໃຈໃສ່ເຖິງການຕິດພັນການວາງແຜນຜັງພື້ນທີ່ພັດທະນາໃໝ່ລຽບຕາມເສັ້ນທາງຄວາມໄວສູງ, ເຮັດກິດຈະກຳໃຫ້ດີທີ່ສຸດ.

(ແຫຼ່ງຄັດຈາກ VOV)

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

Top