• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ຮອດ ຈີນ ເຂົ້າ​ຮ່ວມກອງ​ປະ​ຊຸມ WEF ທຽນ​ຈີນ 2025

ຕອນເຊົ້າວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ ຊີນຫາຍ, ທຽນຊີນ, ຈີນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງໄປຮອດສະໜາມບິນສາກົນ ຊີນຫາຍ

ໃນລະຫວ່າງວັນທີ 24 – 27 ມິຖູນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ  16 ຂອງເວທີປາໄສເສດຖະກິດໂລກ (ກອງປະຊຸມ WEF ທຽນຊີນ 2025) ແລະ ເຮັດວຽກກັບ ຈີນ ຕາມຄຳເຊີນຂອງທ່ານປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂອງເວທີປາໄສເສດຖະກິດໂລກ Borge Brende ແລະ ທ່ານນາຍົກລັດຖະມົນຕີ ສປ. ຈີນ ຫຼີສຽງ.

        ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມພິທີໄຂກອງປະຊຸມ WEF ທຽນຊີນ 2025 ; ວາລະສົນທະນານະໂຍບາຍກັບທ່ານປະທານຝ່າຍບໍລິຫານເວທີປາໄສເສດຖະກິດໂລກ; ວາລະປຶກສາຫາລື ດ້ວຍຫົວຂໍ້ “ສະຕະວັດຂອງ ອາຊີ ພວມປະສົບກັບສິ່ງທ້າທາຍ?”. ໃນຊຸມວັນເຄື່ອນໄຫວຢູ່ ຈີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍຈະມີການໂອ້ລົມສົນທະນາ, ການພົບປະກັບການນຳຂັ້ນສູງ ຈີນ ແລະ ບັນດາປະເທດ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຈີນ, ຕ້ອນຮັບການນຳບັນດາກຸ່ມບໍລິສັດ ຈີນ, ພົບປະກັບປະຊາຄົມຊາວ ຫວຽດນາມ ແລະ ນັກສຶກສາ ຫວຽດນາມ ຮ່ຳຮຽນ, ອາໄສຢູ່ ຈີນ.

(ແຫຼ່ງຄັດຈາກ VOV)

ນັກ​ຮຽນ​ຮູ້ ຈີນ: ຫວຽດ​ນາມ ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຫຼາຍ​ຢ່າງ​ໃຫ້​ແກ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF) ທຽນ​ຊີນ

ນັກ​ຮຽນ​ຮູ້ ຈີນ: “ຫວຽດ​ນາມ ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຫຼາຍ​ຢ່າງ​ໃຫ້​ແກ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF) ທຽນ​ຊີນ”

ໂດຍເປັນພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວໃນ ອາຊຽນ, ຫວຽດນາມ ສາມາດມີການປະກອບສ່ວນຢ່າງສຳຄັນໃຫ້ແກ່ເວທີປາໄສເສດຖະກິດໂລກ (WEF) ທຽນຊີນ ໃນຫຼາຍແງ່ມູມ”.

Top