ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ຮອດ ຈີນ ເຂົ້າ​ຮ່ວມກອງ​ປະ​ຊຸມ WEF ທຽນ​ຈີນ 2025

ຕອນເຊົ້າວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ ຊີນຫາຍ, ທຽນຊີນ, ຈີນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງໄປຮອດສະໜາມບິນສາກົນ ຊີນຫາຍ

ໃນລະຫວ່າງວັນທີ 24 – 27 ມິຖູນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ  16 ຂອງເວທີປາໄສເສດຖະກິດໂລກ (ກອງປະຊຸມ WEF ທຽນຊີນ 2025) ແລະ ເຮັດວຽກກັບ ຈີນ ຕາມຄຳເຊີນຂອງທ່ານປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂອງເວທີປາໄສເສດຖະກິດໂລກ Borge Brende ແລະ ທ່ານນາຍົກລັດຖະມົນຕີ ສປ. ຈີນ ຫຼີສຽງ.

        ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມພິທີໄຂກອງປະຊຸມ WEF ທຽນຊີນ 2025 ; ວາລະສົນທະນານະໂຍບາຍກັບທ່ານປະທານຝ່າຍບໍລິຫານເວທີປາໄສເສດຖະກິດໂລກ; ວາລະປຶກສາຫາລື ດ້ວຍຫົວຂໍ້ “ສະຕະວັດຂອງ ອາຊີ ພວມປະສົບກັບສິ່ງທ້າທາຍ?”. ໃນຊຸມວັນເຄື່ອນໄຫວຢູ່ ຈີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍຈະມີການໂອ້ລົມສົນທະນາ, ການພົບປະກັບການນຳຂັ້ນສູງ ຈີນ ແລະ ບັນດາປະເທດ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຈີນ, ຕ້ອນຮັບການນຳບັນດາກຸ່ມບໍລິສັດ ຈີນ, ພົບປະກັບປະຊາຄົມຊາວ ຫວຽດນາມ ແລະ ນັກສຶກສາ ຫວຽດນາມ ຮ່ຳຮຽນ, ອາໄສຢູ່ ຈີນ.


top