• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ສະຫຼຸບ​ຂະ​ແໜງ​ແຜນ​ການ ແລະ ການ​ລົງ​ທຶນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ ປີ 2024, ຂະແໜງແຜນການການລົງທຶນ ແລະ ສະຖິຕິ ໄດ້ປະຕິບັດໜ້າທີ່ເປັນຢ່າງດີ, ພິເສດແມ່ນການປ່ອຍເງິນລົງທຶນພາກລັດ ໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 28 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2024 ແລະ ຜັນຂະຫຍາຍໜ້າທີ່ປີ 2025 ຂອງກະຊວງແຜນການ ແລະ ການລົງທຶນ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ ປີ 2024, ຂະແໜງແຜນການການລົງທຶນ ແລະ ສະຖິຕິ ໄດ້ປະຕິບັດໜ້າທີ່ເປັນຢ່າງດີ, ພິເສດແມ່ນການປ່ອຍເງິນລົງທຶນພາກລັດ ໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ. ກະຊວງແຜນການ ແລະ ການລົງທຶນປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ພັດທະນາວິສາຫະກິດ ແລະ ດຶງດູດເງິນລົງທຶນຈາກຕ່າງປະເທດ. ທ່ານເນັ້ນໜັກວ່າ:

ທີໜຶ່ງ ແມ່ນນຳໜ້າໃນການປ່ຽນແປງຈິນຕະນາການ, ຄິດເລິກເຮັດໃຫຍ່, ເບິ່ງກວ້າງມອງໄກ, ເວົ້າແລ້ວຕ້ອງທຳ, ແລະ ປະຕິບັດຢ່າງມີປະສິດທິຜົນ. ທີສອງນຳໜ້າໃນການກໍ່ສ້າງ, ບູລະນະລະບອບລະບຽບການ ຍ້ອນວ່າລະບອບລະບຽບການແມ່ນແຫຼ່ງກຳລັງ, ກຳລັງໜູນໃຫ້ແກ່ການພັດທະນາ. ທີສາມແມ່ນນຳໜ້າໃນການພາທາງ, ດຶງດູດແຫຼ່ງກຳລັງ, ທີສີ່ ແມ່ນນຳໜ້າໃນການນະວັດຕະກຳ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພັດທະນາເສດຖະກິດໝູນວຽນ, ເສດຖະກິດແບ່ງປັນກາງຄືນ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ທີຫ້າແມ່ນນຳໜ້າໃນການສ້າງພື້ນຖານຂໍ້ມູນແຫ່ງຊາດ ເພື່ອວາງແຜນກຳນົດນະໂຍບາຍບົນພື້ນຖານຂໍ້ມູນແຫ່ງຊາດຢ່າງມີວິທະຍາສາດ ແລະ ປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top