• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ AstraZeneca ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ວັກ​ຊິນໃຫ້ ຫວຽດນາມ

ທ່ານ Nitin Kapoor ໄດ້ຕີລາຄາສູງການນຳພາຢ່າງມີປະສິດທິຜົນຂອງລັດຖະບານ ແລະ ຜົນງານຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານ Nitin Kapoor ມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືຂອງ ຫວຽດນາມ, ພິເສດແມ່ນຄະນະຊາວໜຸ່ມ.
ການຕ້ອນຮັບທ່ານ Nitin Kapoor, ຮອງປະທານພາກພື້ນ ແລະ ສາກົນ, ຂະແໜງຢາວັກຊິນ ແລະ ພູມຕ້ານທານຂອງກຸ່ມບໍລິສັດ AstraZeneca(ພາບ: VGP)

ຕອນຄ່ຳວັນທີ 05 ມີນາ ຢູ່ ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Nitin Kapoor, ຮອງປະທານພາກພື້ນ ແລະ ສາກົນ, ຂະແໜງຢາວັກຊິນ ແລະ ພູມຕ້ານທານຂອງກຸ່ມບໍລິສັດ AstraZeneca, ປະທານທັງເປັນຜູ້ອຳນວຍການໃຫຍ່ AstraZeneca ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ AstraZeneca ສືບຕໍ່ລົງທຶນ, ຖ່າຍທອດເຕັກໂນລຢີ, ໜູນຊ່ວຍ, ໃຫ້ຄໍາປຶກສາຫາແກ່ ຫວຽດນາມ ໃນການພັດທະນາຂະແໜງວັກຊີນ, ຜະລິດຕະພັນການຢາ, ພັດທະນາການເບິ່ງແຍງສຸຂະພາບຊຸມຊົນຢູ່ ຫວຽດນາມ; ພັດທະນາປ່າ; ປະກອບສ່ວນເຂົ້າໃນການຊ່ວຍໜູນຊີວິດສັງຄົມ, ໜູນຊ່ວຍໃຫ້ແກ່ບັນດາເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກ.

        ສ່ວນທ່ານ Nitin Kapoor ໄດ້ຕີລາຄາສູງການນຳພາຢ່າງມີປະສິດທິຜົນຂອງລັດຖະບານ ແລະ ຜົນງານຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານ Nitin Kapoor ມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືຂອງ ຫວຽດນາມ, ພິເສດແມ່ນຄະນະຊາວໜຸ່ມ. ທ່ານໃຫ້ຮູ້ວ່າ AstraZeneca ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກ, ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ພັດທະນາແບບຍືນຍົງ, ຊຸກຍູ້ການເຕີບໂຕ, ຫຼຸດຜ່ອນການປ່ອຍອາຍພິດກາກບອນລົງເປັນສູນ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ.

Top