ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ: ຕ້ອງຫັນບັນດາມະຕິຂອງພັກທີ່ກ່ຽວຂ້ອງເຖິງຂົງເຂດວັດທະນະທຳໃຫ້ເປັນລະບອບລະບຽບການ
ຕອນບ່າຍວັນທີ 23 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນຂົງເຂດວັດທະນະທຳ, ຜັນຂະຫຍາຍມະຕິສະບັບເລກທີ 80 ຂອງກົມການເມືອງກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ. ທີ່ການເຮັດວຽກ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງຫັນບັນດາມະຕິຂອງພັກທີ່ກ່ຽວຂ້ອງເຖິງຂົງເຂດວັດທະນະທຳເປັນລະບອບລະບຽບການ, ນຳເຂົ້າມະຕິຂອງລັດຖະບານວ່າດ້ວຍລາຍການກະທຳປະຕິບັດມະຕິສະບັບເລກທີ 80 ຂອງກົມການເມືອງ; ຫັນເປັນລະອຽດດ້ວຍບັນດາກົນໄກ, ນະໂຍບາຍ.
ກ່ຽວກັບການລະດົມແຫຼ່ງກຳລັງ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ທາງກະຊວງຕ້ອງສ້າງແຜນຮ່າງ, ລາຍການ, ສ້າງກົນໄກໃຫ້ປະຊາຊົນປະກອບສ່ວນ; ເພີ່ມທະວີການລະດົມແຫຼ່ງກຳລັງຂອງລັດ, ຂອງປະຊາຊົນ, ວິສາຫະກິດ, ໃນນັ້ນ, ເພີ່ມທະວີການຮ່ວມມືພາກລັດ - ພາກເອກະຊົນຕາມທິດ “ລົງທຶນພາກລັດ - ບໍລິຫານພາກເອກະຊົນ” ສຳລັບບັນດາກິດຈະກຳກິລາ, ວັດທະນະທຳ. ກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກທັດສະນະທີ່ວ່າ ນຳໃຊ້ຜູ້ເກັ່ງກ້າສາມາດ, ບຳລຸງກໍ່ສ້າງຜູ້ເກັ່ງກ້າສາມາດ. ກ່ຽວກັບພື້ນຖານໂຄງລ່າງ, ຕ້ອງຖືການລົງທຶນພັດທະນາໂຄງລ່າງຍຸດທະສາດ, ອຸປະກອນສະແດງສິລະປະຄົບຊຸດ, ທັນສະໄໝ. ສົ່ງເສີມການລົງທຶນພາກເອກະຊົນເຂົ້າໃນຂົງເຂດວັດທະນະທຳກິລາ ແລະ ທ່ອງທ່ຽວ.







