“ຍູ້ແຮງການປະຕິບັດບັນດາຄາດໝາຍເສດຖະກິດ-ສັງຄົມ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ” ສິ່ງດັ່ງກ່າວໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັກທີ່ກອງປະຊຸມຄະນະເລຂາທິການປະກອບຄຳເຫັນໃສ່ບົດລາຍງານບາງສະພາບການພົ້ນເດັ່ນໃນການຜັນຂະຫຍາຍການປະຕິບັດຄຳສັ່ງເລກທີ 55 ຂອງຄະນະເລຂາທິການ ວ່າດ້ວຍການຈັດບຸນປີໃໝ່ປີມະເມຍ 2026, ທີ່ດຳເນີນໃນຕອນເຊົ້າວັນທີ 24 ກຸມພາ, ຢູ່ສຳນັກງານສູນກາງພັກ.
ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VOV)
ຕາມບົດລາຍງານທີ່ກອງປະຊຸມແລ້ວ, ໂດຍປະຕິບັດຄຳສັ່ງຂອງຄະນະເລຂາທິການ, ທົ່ວປະເທດໄດ້ຜັນຂະຫຍາຍການປະຕິບັດວຽກງານກະກຽມ ແລະ ຈັດຕັ້ງບຸນປີໃໝ່ປະຈຳຊາດໃຫ້ປະຊາຊົນຢ່າງຄົບຊຸດ, ຮອບດ້ານ, ລອບຄອບຖີ່ຖ້ວນ ດ້ວຍຈິດໃຈຮັບປະກັນໃຫ້ທຸກຄອບຄົວ, ທຸກຄົນໄດ້ ຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ປອດໄພ, ປະຢັດມັດທະຍັດ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ ຕ້ອງຊາບຊືມແລະຜັນຂະຫຍາຍການກໍ່ສ້າງ, ເພີ່ມເຕີມລາຍການກະທຳປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ໃນທົ່ວພັກໃຫ້ສຳເລັດ; ຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໃນວັນທີ 15 ມີນາ ຈະມາເຖິງ ໃຫ້ປະສົບຜົນສຳເລັດ. ທ່ານກ່າວວ່າ:
“ຮີບເຮັ່ງນຳການເຄື່ອນໄຫວທຸກຢ່າງກັບຄືນສູ່ສະພາບປົກກະຕິໂດຍໄວ, ບໍ່ໃຫ້ການປະບັດວຽກງານຖືກຊັກຊ້າ. ຄະນະພັກ, ອຳນາດການປົກຄອງທຸກຂັ້ນຕ້ອງຈັດຕັ້ງການເຮັດວຽກຢ່າງເຂັ້ມງວດນັບແຕ່ຕົ້ນປີ, ປະຕິບັດລະບຽບວິໄນ, ລະບຽບການບໍລິຫານ, ລະບຽບວິໃນລັດຖະການຢ່າງເຂັ້ມງວດ. ຍູ້ແຮງວຽກງານປະຕິບັດບັນດາຄາດໝາຍເສດຖະກິດ - ສັງຄົມ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃນການຜະລິດດຳເນີນທຸລະກິດ, ຊຸກຍູ້ການລົງທຶນພາກລັດ, ປ່ອຍເງິນລົງທຶນພາກລັດ, ແກ້ໄຂບັນດາແຫຼ່ງກຳລັງເຕີບໂຕທີ່ຍັງຄົງຄ້າງ, ກຳແໜ້ນສະພາບການຕະຫຼາດແຮງງານ, ວຽກເຮັດງານທຳພາຍຫຼັງບຸນປີໃໝ່, ແກ້ໄຂບັນດາບັນຫາເກີດຂຶ້ນຢ່າງທັນການ, ສູ້ຊົນ ແລະ ບັນລຸລື່ນຄາດໝາຍນັບແຕ່ຊຸມວັນຕົ້ນເດືອນ, ຕົ້ນໄຕມາດທຳອິດຂອງປີ 2026 ”.
ທ່ານເລຂາທິການໃຫຍ່ ໂຕເລິມ ຖ່າຍຮູບເປັນທີ່ລະນຶກກັບລັດຖະກອນ ແລະ ຜູ້ອອກແຮງງານ
ກໍໃນວັນດຽວກັນ, ຢູ່ສຳນັກຂ່າວສານ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢ້ຽມຢາມ, ອວຍພອນປີໃໝ່ບັນດາລັດຖະກອນ, ຜູ້ອອກແຮງຢູ່ງານສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026.
(ແຫຼ່ງຄັດຈາກ VOV)