ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງຫັນບັນດາມະຕິຂອງພັກທີ່ກ່ຽວຂ້ອງເຖິງຂົງເຂດວັດທະນະທຳເປັນລະບອບລະບຽບການ, ນຳເຂົ້າມະຕິຂອງລັດຖະບານວ່າດ້ວຍລາຍການກະທຳປະຕິບັດມະຕິສະບັບເລກທີ 80 ຂອງກົມການເມືອງ; ຫັນເປັນລະອຽດດ້ວຍບັນດາກົນໄກ, ນະໂຍບາຍ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຜູ້ນັ່ງທາງກາງ
ຕອນບ່າຍວັນທີ 23 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນຂົງເຂດວັດທະນະທຳ, ຜັນຂະຫຍາຍມະຕິສະບັບເລກທີ 80 ຂອງກົມການເມືອງກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ. ທີ່ການເຮັດວຽກ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງຫັນບັນດາມະຕິຂອງພັກທີ່ກ່ຽວຂ້ອງເຖິງຂົງເຂດວັດທະນະທຳເປັນລະບອບລະບຽບການ, ນຳເຂົ້າມະຕິຂອງລັດຖະບານວ່າດ້ວຍລາຍການກະທຳປະຕິບັດມະຕິສະບັບເລກທີ 80 ຂອງກົມການເມືອງ; ຫັນເປັນລະອຽດດ້ວຍບັນດາກົນໄກ, ນະໂຍບາຍ.
ກ່ຽວກັບການລະດົມແຫຼ່ງກຳລັງ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ທາງກະຊວງຕ້ອງສ້າງແຜນຮ່າງ, ລາຍການ, ສ້າງກົນໄກໃຫ້ປະຊາຊົນປະກອບສ່ວນ; ເພີ່ມທະວີການລະດົມແຫຼ່ງກຳລັງຂອງລັດ, ຂອງປະຊາຊົນ, ວິສາຫະກິດ, ໃນນັ້ນ, ເພີ່ມທະວີການຮ່ວມມືພາກລັດ - ພາກເອກະຊົນຕາມທິດ “ລົງທຶນພາກລັດ - ບໍລິຫານພາກເອກະຊົນ” ສຳລັບບັນດາກິດຈະກຳກິລາ, ວັດທະນະທຳ. ກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກທັດສະນະທີ່ວ່າ ນຳໃຊ້ຜູ້ເກັ່ງກ້າສາມາດ, ບຳລຸງກໍ່ສ້າງຜູ້ເກັ່ງກ້າສາມາດ. ກ່ຽວກັບພື້ນຖານໂຄງລ່າງ, ຕ້ອງຖືການລົງທຶນພັດທະນາໂຄງລ່າງຍຸດທະສາດ, ອຸປະກອນສະແດງສິລະປະຄົບຊຸດ, ທັນສະໄໝ. ສົ່ງເສີມການລົງທຶນພາກເອກະຊົນເຂົ້າໃນຂົງເຂດວັດທະນະທຳກິລາ ແລະ ທ່ອງທ່ຽວ.