• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ອອກເດີນທາງໄປຢ້ຽມຢາມ ລັດເຊຍ, ນອກແວ ແລະ ຊູແອັດ ຢ່າງເປັນທາງການ

ຕາມລາຍການ, ວັນທີ 20 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້້ອອກຈາກຮ່າໂນ້ຍ ເດີນທາງໄປຢ້ຽມຢາມບັນດາປະເທດ ສະຫະພັນລັດເຊຍ, ລາຊະອານາຈັກ ນອກແວ ແລະ ລາຊະອານາຈັກ ຊູແອັດ ຢ່າງເປັນທາງການ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ເດີນທາງໄປຢ້ຽມຢາມລັດເຊຍ, ນອກແວ ແລະ ຊູແອັດ  (ພາບປະກອບ: TTXVN)

ບັນດາການຢ້ຽມຢາມດັ່ງກ່າວ ໄດ້ປະຕິບັດຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Dmitri Medvedev, ທ່ານນາງນາຍົກລັດຖະມົນຕີ ນອກແວ Erna Solberg ແລະ ທ່ານນາຍົກລັດຖະມົນຕີ ຊູແອັດ  Stefan Löfven.

        ການຢ້ຽມຢາມບັນດາປະເທດ ລັດເຊຍ, ນອກແວ ແລະ ຊູແອັດ ໃນລະຫວ່າງວັນທີ 20 - 28 ພຶດສະພາ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແມ່ນເພື່ອແນໃສ່ສືບຕໍ່ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບບັນດາປະເທດດັ່ງກ່າວເລິກເຊິ່ງຂຶ້ນຕື່ມ ແລະ ເພີ່ມທະວີການຮ່ວມມືກັບປະເທດເຫຼົ່ານັ້ນ ໃຫ້ມີປະສິດທິຜົນກວ່າເກົ່າ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ເຂົ້າຄຳ​ນັບ​ສຸ​ສານ ​ປະ​ທານ​ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ເຂົ້າຄຳ​ນັບ​ສຸ​ສານ ​ປະ​ທານ​ໂຮ່​ຈີ​ມິນ

ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ

Top