ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ອອກເດີນທາງໄປຢ້ຽມຢາມ ລັດເຊຍ, ນອກແວ ແລະ ຊູແອັດ ຢ່າງເປັນທາງການ

ຕາມລາຍການ, ວັນທີ 20 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້້ອອກຈາກຮ່າໂນ້ຍ ເດີນທາງໄປຢ້ຽມຢາມບັນດາປະເທດ ສະຫະພັນລັດເຊຍ, ລາຊະອານາຈັກ ນອກແວ ແລະ ລາຊະອານາຈັກ ຊູແອັດ ຢ່າງເປັນທາງການ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ເດີນທາງໄປຢ້ຽມຢາມລັດເຊຍ, ນອກແວ ແລະ ຊູແອັດ  (ພາບປະກອບ: TTXVN)

ບັນດາການຢ້ຽມຢາມດັ່ງກ່າວ ໄດ້ປະຕິບັດຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Dmitri Medvedev, ທ່ານນາງນາຍົກລັດຖະມົນຕີ ນອກແວ Erna Solberg ແລະ ທ່ານນາຍົກລັດຖະມົນຕີ ຊູແອັດ  Stefan Löfven.

        ການຢ້ຽມຢາມບັນດາປະເທດ ລັດເຊຍ, ນອກແວ ແລະ ຊູແອັດ ໃນລະຫວ່າງວັນທີ 20 - 28 ພຶດສະພາ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແມ່ນເພື່ອແນໃສ່ສືບຕໍ່ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບບັນດາປະເທດດັ່ງກ່າວເລິກເຊິ່ງຂຶ້ນຕື່ມ ແລະ ເພີ່ມທະວີການຮ່ວມມືກັບປະເທດເຫຼົ່ານັ້ນ ໃຫ້ມີປະສິດທິຜົນກວ່າເກົ່າ.

(ແຫຼ່ງຄັດຈາກ VOV)


top