• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ້ງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບ່າເຣ້ຍ - ຫວຸງເຕົາ

ຕອນບ່າຍວັນທີ 18/12, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການພົບປະກັບການນຳຫຼັກແຫຼ່ງຂອງແຂວງ ບ່າເຣ້ຍ - ຫວູງເຕົ່າ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມປີ 2021 ແລະ ທິດທາງ ໜ້າທີ່ ພັດທະນາເສດຖະກິດ, ສັງຄົມໃນປີ 2022 ແລະ ໃນຊຸມປີຕໍ່ໄປ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ພົບປະກັບການນຳຫຼັກແຫຼ່ງແຂວງ ບ່າເຣ້ຍ - ຫວູງເຕົ່າ

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ເຫັນດີເປັນເອກະພາບໂດຍພື້ນຖານກ່ຽວກັບທິດທາງ, ໜ້າທີ່ ແລະ ວິທີແກ້ໄຂເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ການກໍ່ສ້າງພັກ, ການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຊຶ່ງແຂວງໄດ້ວາງໄວ້. ທ່ານນາຍົກລັດຖະມົນຕີ ສະເໜີວ່າ ນັບແຕ່ຕົ້ນປີ 2022 ແຂວງ ບ່າເຣ້ຍ - ຫວູງເຕົ່າ ຕ້ອງຜັນຂະຫຍາຍປະຕິບັດຍຸດທະສາດ ກ່ຽວກັບການປ້ອງກັນ ແລະ ຕ້ານ COVID-19 ຢ່າງຂ້ຽວຂາດເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມ.

        ກ່ອນໜ໊ານັ້ນ ຄືໃນຕອນເຊົ້າວັນທີ 18 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງ ບ່າເຣ້ຍ - ຫວຸງເຕົາ ຄົບຮອບ 30 ປີ (12/08/1991 – 12/08/2021) ແລະ ພິທີຮັບຫຼຽນໄຊເອກະລາດຊັ້ນໜຶ່ງ.

      ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍຊີ້ແຈ້ງວ່າ ແຂວງ ບາເຣ້ຍ - ຫວູງເຕົາ ຄວນສຸມກຳລັງເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ໜູນຊ່ວຍວິສາຫະກິດຟື້ນຟູການຜະລິດ, ຊຸກຍູ້ການເປີດປະຕູຄືນໃໝ່, ເຊື່ອມຕໍ່ລະບົບສະໜອງ ແລະ ຕະຫຼາດແຮງງານ, ມານະພະຍາຍາມປະຕິບັດສຳເລັດບັນດາເປົ້າໝາຍເສດຖະກິດ - ສັງຄົມ ໃນປີ 2021 ນີ້ໃຫ້ບັນລຸໝາກຜົນສູງສຸດ ແລະ ປະຕິບັດບັນດາເປົ້າໝາຍຂອງໄລຍະ 2021 – 2025 ໃຫ້ເປັນຢ່າງດີ, ຕັ້ງໜ້າປະກອບສ່ວນເຂົ້າໃນຜົນງານລວມ ຂອງທັງປະເທດຫຼາຍຕື່ມອີກ. ທ່ານກ່າວວ່າ:

        “ການນຳພັກ, ລັດ ມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ດ້ວຍມູນເຊື້ອ ປະຕິວັດຂອງຕົນ, ດ້ວຍພື້ນຖານ, ກຳລັງບົ່ມຊ້ອນ ແລະ ທ່າໄດ້ປຽບທີ່ມີຢູ່ແລ້ວ ພ້ອມກັບນ້ຳໃຈສາມັກຄີ ແລະ ມີຫົວຄິດປະດິດສ້າງ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ບ່າເຣ້ຍ - ຫວຸງເຕົາ ຄວນສືບຕໍ່ພະຍາຍາມໃຫ້ຫຼາຍກວ່າອີກ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ ແລະ ຄົບຖ້ວນກວ່າອີກ; ປະກອບສ່ວນ ເຂົ້າໃນ ການສ້າງບັນຍາກາດ ແລະ ຈິດໃຈໃໝ່, ກາລະໂອກາດໃໝ່, ພ້ອມກັບທົ່ວປະເທດປະຕິບັດພາລະກິດ ແຫ່ງການ ປ່ຽນແປງໃໝ່ ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄສ” ຢ່າງມີໄຊ.”

        ທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕາງໜ້າການນຳພັກ, ລັດ ມອບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ແກ່ ແຂວງ ບ່າເຣ້ຍ - ຫວຸງເຕົາ.

     ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍຄະນະການນຳລັດຖະບານ, ການນຳແຂວງ ບ່າເຣ້ຍ - ຫວຸງເຕົາ ໄດ້ໄປວາງພວງມາລາ, ຈູດທູບໃຕ້ທຽນໄຫວ້ອາໄລນັກຮົບວິລະຊົນ ເສຍສະຫຼະຊີວິດ ເພື່ອຊາດ ຫວໍທິເສົາ ຢູ່ວິຫານບູຊາ  ຫວໍທິເສົາ…ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ຂຽນບັນທຶກໄວ້ ເປັນທີ່ ລະນຶກວ່າ“ໂດຍຂໍສະແດງຄວາມເຄົາລົບນັບຖືຕໍ່ດວງວິນຍານຂອງນັກຮົບວິລະຊົນ ຫວໍທິເສົາ, ນັກຮົບວິລະຊົນເພດຍິງຂອງດິນແດງແຫ່ງຄວາມລຳບາກ ແຕ່ເຕັມໄປດ້ວຍວິລະກຳທີ່ສະຫງ່າອົງອາດ, ນັກຮົບຜູ້ອົງອາດກ້າຫານ ແລະ ຈົງຮັກພັກດີ ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງຊາດ - ພວກຂ້າພະເຈົ້າຂໍຈົດຈຳບຸນຄຸນ ແລະ ບັນທຶກຊື່ສຽງໄວ້ໃນປະຫວັດສາດ ແຫ່ງການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງຊາດ”.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top