• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຕ້ອງສືບຕໍ່ໄດ້ປະຕິບັດໃຫ້ດີກ່ວາອີກ ເພື່ອປະຕິບັດໜ້າທີ່ການເມືອງປີ 2022 ແລະ ກະກຽມໃຫ້ປີ 2023
  ກອງປະຊຸມຈັດຂຶ້ນໃນຕອນເຊົ້າວັນທີ 6 ພະຈິກ (ພາບ:VOV)  

ເຊົ້າວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຄັ້ງທີ 18 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ 19. ກອງປະຊຸມໄດ້ເຊື່ອມຕໍ່ແບບທາງໄກກັບ 63 ແຂວງ, ນະຄອນໃນທົ່ວປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຕ້ອງສືບຕໍ່ໄດ້ປະຕິບັດໃຫ້ດີກ່ວາອີກ ເພື່ອປະຕິບັດໜ້າທີ່ການເມືອງປີ 2022 ແລະ ກະກຽມໃຫ້ປີ 2023, ພິເສດແມ່ນໃນສະພາບການອົງການອະນາໄມໂລກ (WHO) ຍັງກ່າວເຕືອນວ່າໂລກລະບາດໂຄວິດ -19 ຍັງບໍ່ທັນສິ້ນສຸດລົງເທື່ອ.  ພ້ອມກັນນັ້ນ, ຢູ່ ຫວຽດນາມ ໄດ້ປະກົດມີໂລກລະບາດບາງປະເພດຄື: ໄຂ້ເລືອດອອກ, ຕາມຮອບວຽນແມ່ນ 5 ປີເທື່ອໜຶ່ງ. ຍ້ອນເຫດນັ້ນ, ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ຕີລາຄາວຽກງານການປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ແລະ ໂລກລະບາດອື່ນໆອີກ. ທ່ານນາຍົກລັດຖະມົນຕີຮຽກຮ້ອງຕ້ອງປະຕິບັດລະບຽບການເຮັດວຽກຢ່າງເຂັ້ມງວດ, ຕ້ອງຕີລາຄາວຽກງານປ້ອງກັນ, ຕ້ານໂລກລະບາດໃນໄລຍະຜ່ານມາຕື່ມອີກ. ທ່ານນາຍົກລັດຖະມົນຕີກໍ່ຊີ້ແຈ້ງ ລັດຖະບານ, ນາຍົກລັດຖະມົນຕີໄດ້ຊີ້ນຳວຽກງານສັກວັກຊິນຢ່າງຕໍ່ເນື່ອງ, ພິເສດແມ່ນຊີ້ນຳກະຊວງສາທາລະນະສຸກພ້ອມກັບກະຊວງສຶກສາ ແລະ ບຳລຸງສ້າງຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນຫານີ້ຢ່າງຂ້ຽວຂາດ, ກຽມພ້ອມໃຫ້ແກ່ທຸກໆກໍລະນີຖ້າຫາກວ່າໂລກລະບາດໂຄວິດ - 19 ເກີດຂຶ້ນຄືນໃໝ່ດ້ວຍບັນດາພັນໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top