• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອນ Nir Barkat

ຫວຽດນາມ ຍາມໃດກໍ່ຖືການພົວພັນ ຫວຽດນາມ - ອິດສະຣາແອນ ເປັນສຳຄັນ; ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືກ່ຽວກັນນະວັດຕະກຳ, ຂົງເຂດເຕັກໂນໂລຊີສູງ, ການຮ່ວມມືກ່ຽວກັບທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ, ມີການຮ່ວມມືໃນການຮັບມືກັບໄພແຫ້ງແລ້ງຢູ່ບັນດາແຂວງພາກກາງ...
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Nir Barkat, ລັດຖະມົນຕີເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອນ (ພາບ: VGP/Nhật Bắc)

ຕອນບ່າຍວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Nir Barkat, ລັດຖະມົນຕີເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອນ, ປະທານອະນຸກຳມະການ ອິດສະຣາແອນ ໃນຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອິດສະຣາແອນ, ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນ ຫວຽດນາມ - ອິດສະຣາແອນ ເປັນສຳຄັນ; ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືກ່ຽວກັນນະວັດຕະກຳ, ຂົງເຂດເຕັກໂນໂລຊີສູງ, ການຮ່ວມມືກ່ຽວກັບທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ, ມີການຮ່ວມມືໃນການຮັບມືກັບໄພແຫ້ງແລ້ງຢູ່ບັນດາແຂວງພາກກາງ; ບຳລຸງສ້າງຊັບພະຍາກອນມະນຸທີ່ມີຄຸນນະພາບສູງ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຫວຽດນາມ ກຽມພ້ອມເປັນຂົວຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ອິດສະຣາແອນ ກັບ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ສ່ວນທ່ານ Nir Barkat ຢັ້ງຢືນວ່າ: ລັດຖະບານ ອິດສະຣາແອນ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ ພາກພື້ນ, ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກໆຂົງເຂດ. ທ່ານ ໃຫ້ຮູ້ວ່າ: ໃນຖານະຕຳແໜ່ງເປັນລັດຖະມົນຕີເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອນ, ຍາມໃດທ່ານກໍ່ສະໜັບສະໜູນ, ສົມທົບກັບບັນດາກະຊວງ, ຂະແໜງການຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ, ພິເສດແມ່ນໃນບັນດາຂົງເຂດເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີຄວາມເຫັນ.

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top