• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີເປີດສະຫຼອງ ຫໍບູຊານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ພູເກ໊

      ຕອນເຊົ້າວັນທີ 7 ມັງກອນ, ຢູ່ ຕາແສງ ເກ໊ຟູ໊, ເມືອງ ເກ໊ເຊີນ, ແຂວງ ກ໋ວາງນາມ, ໄດ້ຈັດຕັ້ງພິທີເປີດສະຫຼອງຫໍບູຊາ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ພູເກ໊ .

ທ່ານນາຍົກລັດຖະມົນຕີ ຫງຽນຊວັນຟຸກ ຕັດແຖບຜ້າເປີດສະຫຼອງ ຫໍບູຊານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ພູເກ໊
      ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຫວນຄືນບັ້ນຮົບ ຢູ່ພູເກ໊ໃນເດືອນພຶດສະພາປີ 1965, ເຊິ່ງເປັນສະຖານທີ່ບັນດານັກຮົບໄດ້ເສີຍສະຫຼະຊີວິດຢ່າງອົງອາດກ້າຫານ. ຫໍບູຊານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ພູເກ໊ ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ ເພື່ອສຶກສາອົບຮົມມູນເຊື້ອຮັກຊາດໃຫ້ແກ່ໄວໜຸ່ມ, ປະກອບສ່ວນເຂົ້າການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປ້ວງຊົນທັງຊາດ, ດ້ວຍຈິດໃຈ “ປະເທດຫວຽດນາມແມ່ນປຶກໜຶ່ງແຜ່ນດຽວ, ຊາດຫວຽດນາມແມ່ນຊາດດຽວ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ:
            ການສຶກສາອົບຮົມມູນເຊື້ອ, ເປັນຕົ້ນແມ່ນມຫ້ແກ່ໄວໜຸ່ມ, ຄົນລຸ້ນຫຼັງຍິ່ງໄດ້ຮັບການຢັ້ງຢືນຜ່ານບັນດາເລື່ອງລາວ, ບັນດາເຂດອານຸສອນສະຖານ, ບັນດາສະຖານທີ່ທີ່ມີຊື່ສຽງ. ໜຶ່ງໃນບັນດາສະຖານທີ່ນັ້ນ ແມ່ນ ເຂດອານຸສອນສະຖານພູເກ໊ນີ້. ສິ່ງນີ້ກໍ່ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີຂອງຊາດ ຫວຽດນາມ. ປະເທດຫວຽດນາມ, ປະຊາຊົນ ຫວຽດນາມໄດ້ຮັບການປົດປ່ອຍແມ່ນບໍ່ພຽງແຕ່ພວກເຮົາເອງ, ບັນດາຜູ້ທຳການຕໍ່ສູ້ຢູ່ແຫ່ງນີ້ເອງ, ຫາກຍັງມີປະຊາຊົນຢູ່ທາງພາກເໜືອໄດ້ມານີ້ທຳການຕໍ່ສູ້ແລະ ໄດ້ເສຍສະຫຼະຊີວິດ. ພວກເຮົາປາດຖະໜາວ່າ ນີ້ແມ່ນກິດຈະກຳທີ່ເປັນຂີດໝາຍ ແລະ ມີຄຸນນະພາບ ແລະຈະເປັນການເສີມຂະຫຍາຍມູນເຊ້ືອປະຕິວັດທີ່ອົງການກ້າແກ່ນ, ຮັກສາມູນເຊື້ອອັນດີງາມນີ້ ເຊິ່ງບັນດາຜູູ້ຄົນໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາເອກະລາດ, ເສລີພາບ ຂອງ ປະເທດຊາດ.
 (ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ Esteban Lazo Hernandez ຢ້ຽມ​ຢາມ ຫວຽດ​ນາມ

ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ Esteban Lazo Hernandez ຢ້ຽມ​ຢາມ ຫວຽດ​ນາມ

ທ່ານ Esteban Lazo Hernandez ກຳມະການກົມການເມືອງ, ປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກູບາ ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 24 – 28 ກັນຍາ.

Top