
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະທ່ານນາງ Tone Wilhelmsen Troen ປະທານສະພາແຫ່ງຊາດນອກແວ
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນທຸກພາກສ່ວນເສດຖະກິດ, ຖືເປັນສຳຄັນການລົງທຶນຂອງຕ່າງປະເທດ, ດ້ວຍສະພາບແວດລ້ອມດຳເນີນທຸລະກິດທີ່ນັບມື້ນັບອຳນວຍຄວາມສະດວກ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຫວຽດນາມມີການເຕີບໂຕສູງໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ບັນດາວິສາຫະກິດ ນອກແວ ຈະສືບຕໍ່ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ຢູ່ຫວຽດນາມ.
ການນຳບັນດາກຸ່ມບໍລິສັດຕ່າງໆ ລ້ວນແຕ່ຕີລາຄາສູງ ຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ແລະມີຫຼາຍກຸ່ມບໍລິສັດໃຫ້ຮູ້ວ່າ ຈະເປີດກວ້າງການລົງທຶນຢູ່ຫວຽດນາມ, ຮ່ວມມືກັບຫວຽດນາມໃນການຊຸກຍູ້ເຕັກໂນໂລຊີເຂົ້າໃນການລ້ຽງປູກສິນໃນນ້ຳ.
ກ່ອນໜ້ານັ້ນ, ໃນວັນດຽວກັນ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະກັບເຈົ້າຊີວິດນອກແວ Harald, ພົບປະເຈລະຈາກັບ ທ່ານນາງ Tone Wilhelmsen Troen ປະທານສະພາແຫ່ງຊາດນອກແວ.
ເນື່ອງໃນໂອກາດການຢ້ຽມຢາມນອກແວ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ. ຖະແຫຼງການໄດ້ຕີລາຄາສູງ ຕໍ່ການພັດທະນາການພົວພັນທາງການທູດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນກວ່າສີ່ທົດສະວັດຜ່ານມາ, ຊົມເຊີຍການພັດທະນາທີ່ນັບມື້ນັບເລິກກວ້າງໃນການພົວພັນຮ່ວມມືເສດຖະກິດສອງຝ່າຍ.