• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕ້ອນຮັບ ຮອງປະທານປະເທດ ສປປ. ລາວ ຄຳພັນວິພາວັນ

      ທີ່ການຕ້ອນຮັບດຳເນີນໄປໃນຕອນບ່າຍວັນທີ 18 ກໍລະກົດ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກເຖິງ ນ້ຳໃຈອ້າຍນ້ອງສັດຊື່ບໍລິສູດ, ໂປ່ງໃສ ຫວຽດນາມ - ລາວ.

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕ້ອນຮັບ ຮອງປະທານປະເທດລາວ ຄຳພັນວິພາວັນ)
      ໃນໄລຍະຈະມາເຖິງ, ທ່ານ ນາຍົກລັດຖະມົນຕີ ປາດຖະໜາວ່າ ສອງຝ່າຍເພີ່ມທະວີການສຶກສາໃຫ້ລຸ້ນໜຸ່ມສອງປະເທດຮັກສາສາຍພົວພັນ ຫວຽດນາມ - ລາວ; ຍູ້ແຮງການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືລົງທຶນ, ການຄ້າ, ເພີ່ມວົງເງິນການຄ້າສອງຝ່າຍ. ເຖິງວ່າຍັງປະຊົບຄວາມທຸກຍາກຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມຈະສືບຕໍ່ໜູນຊ່ວຍລາວ. ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກເຖິງ ການຮ່ວມມືບຳລຸງສ້າງ ແຫຼ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນຍົກສູງຄຸນນະພາບການບໍາລຸງສ້າງນັກຮຽນລາວມາຮຽນ ຢູ່ ຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ປາດຖະໜາວ່າ ສອງຝ່ານສືບຕໍ່ປ່ຽນໃໝ່ກົນໄກ, ນະໂຍບາຍກົດໝາຍ, ປະຕິຮູບການບໍລິຫານເພື່ອ ປົດປ່ອຍກຳລັງຜະລິດ ແລະ  ມີບາດກ້າວພັດທະນາໃໝ່ໃນການ ເຊື່ອມໂຍງເຂົ້າກັບສາກົນ. ສອງຝ່າຍຈະສືບຕໍ່ຮຳ່ຮຽນ, ແບ່ງປັນບົດຮຽນໃນວິວັດແຫ່ງການພັດທະນານີ້. ກ່ຽວກັບການໜູນຊ່ວຍລາວກໍ່ສ້າງສຳນັກງານສະພາແຫ່ງຊາດ, ທ່ານ ນາຍົກລັດຖະມົນຕີ ຖຶວ່າ ນີ້ແມ່ນກິດຈະກຳສຳຄັນ, ທັງເປັນສັນຍາລັກແຫ່ງສາຍພົວພັນຮ່ວມມືມິດຕະພາບ ຫວຽດນາມ - ລາວ. ຫວຽດນາມຈະສົມທົບກັບລາວໃນການກໍ່ສ້າງກິດຈະກຳນີ້ເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top