• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງໄປເຂົ້າຮ່ວມການພົບປະລະຫວ່າງບັນດາການນຳ ອາຊຽນ ແລະ ຢ້ຽມຢາມ ອິນໂດເນເຊຍ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ຕອນເຊົ້າວັນທີ 11 ຕຸລາ,

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກຈາກນະຄອນຫລວງ ຮ່າໂນ້ຍ ເດີນທາງໄປເຂົ້າຮ່ວມການພົບປະລະຫວ່າງບັນດາການນຳ ອາຊຽນ ເນື່ອງໃນໂອກາດດຳເນີນກອງປະຊຸມກອງທຶນເງິນຕາສາກົນ (IMF) - ທະນາຄານ ໂລກ (WB) ປະຈຳປີ ຢູ່ນະຄອນ ບາລີ ປະເທດ ອິນໂດເນເຊຍ ແລະ ຢ້ຽມຢາມ ອິນໂດເນເຊຍ ແຕ່ວັນທີ 11 – 12 ຕຸລາ 2018.

        ເຂົ້າຮ່ວມການພົບປະລະຫວ່າງບັນດາການນຳ ອາຊຽນ ເນື່ອງໃນໂອກາດກອງປະຊຸມກອງທຶນເງິນຕາສາກົນ (IMF) - ທະນາຄານໂລກ (WB) ປະຈຳປີ ເມື່ອແນໃສ່ຢືນຢັນບົດບາດເປັນສະມາຊິກຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນ ອາຊຽນ; ສະແດງໃຫ້ເຫັນຄວາມຖືເປັນສຳຄັນຂອງ ຫວຽດນາມ ສຳລັບບັນດາອົງການຫລາຍຝ່າຍທົ່ວໂລກໃຫຍ່ທີ່ສຸດ ແລະ ສຳລັບປະເທດເຈົ້າພາບ ອິນໂດເນເຊຍ; ຜ່ານນັ້ນ ເສີມຂະຫຍາຍບົດບາດຕັ້ງໜ້າ ແລະ ປະກອບສ່ວນຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ ແລະ ໂລກ.

        ການຢ້ຽມຢາມ ແລະ ເຮັດວຽກຢູ່ ອິນໂດເນເຊຍ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນພະຍານຫຼັກຖານຢັ້ງຢືນການຖືເປັນສຳຄັນຂອງ ຫວຽດນາມ ສຳລັບບົດບາດ ແລະ ທີ່ຕັ້ງຂອງ ອິນໂດເນເຊຍ ຢູ່ ພາກພື້ນ ແລະ ໃນໂລກ, ສະແດງໃຫ້ເຫັນຄວາມປາດຖະໜາຂອງ ຫວຽດນາມ ພ້ອມກັນສົມທົບກັບ ອິນໂດເນເຊຍ ແລະ ບັນດາປະເທດອື່ນຢ່າງແໜ້ນແຟ້ນ ໃນການກໍ່ສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ມີສັນຕິພາບ, ສະຖຽນລະພາບ, ສາມັກຄີ, ພັດທະນາວັດທະນາຖາວອນ ແລະ ເຕີບໂຕແບບຍືນຍົງ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

ຮອດປີ 2030, ກາເມົາ ຈະກາຍເປັນແຂວງພັດທະນາດີພໍສົມຄວນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມີລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝເທື່ອລະກ້າວ.

Top