• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລ ຫວຽດ - ດຶກ

      ໂຮງຮຽນຈະປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ຫວຽດນາມ ໃນໄລຍະການປະຕິວັດ 4.0 ໃນປະຈຸບັນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ
      ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ແຂວງ ບີ່ງເຢືອງ, ເມື່ອລົງຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລ ຫວຽດ - ດຶກ (ຫວຽດນາມ - ເຢຍລະມັນ), ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ໂຮງຮຽນຈະປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ຫວຽດນາມ ໃນໄລຍະການປະຕິວັດ 4.0 ໃນປະຈຸບັນ. ເມື່ອສະແດງຄວາມຂອບອົກຂອບໃຈການຊ່ວຍເຫຼືອຂອງ ເຢຍລະມັນ ແລະ ລັດ Hessen ທີ່ໄດ້ສະຫງວນການຫນູນຊ່ວຍຫລາຍຢ່າງໃຫ້ໂຮງຮຽນ. ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກໂຮງຮຽນ ຫວຽດ ດືກ ແມ່ນສັນຍາລັກ, ແມ່ນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງພື້ນຖານເສດຖະກິດ ແລະ ແມ່ນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນ, ນັກສຶກສາສອງປະເທດ ແລະ ໂຮງຮຽນແຫ່ງນີ້ ຈະກາຍເປັນແບບຢ່າງມະຫາວິທະຍາໄລຕາມການກຳນົດທິດຂອງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງໂລກ. 
 (ແຫຼ່ງຄັດຈາກ VOV)

ນຳການຮ່ວມມືສະພາແຫ່ງຊາດກາຍເປັນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ກົດດີວົວ

ນຳການຮ່ວມມືສະພາແຫ່ງຊາດກາຍເປັນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ກົດດີວົວ

ຕອນ​ບ່າຍ​ວັນ​ທີ 23 ສິງ​ຫາ​, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ (ທີ່​ຮ່າ​ໂນ້ຍ​), ທ່ານ​ ເຈິ່ນ​ແທັງ​ເໝີນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ Patrick Achi, ປະ​ທານ​ສະ​ພາ​ແຫ່ງ​ຊາດ ກົດ​ດີ​ວົວ​. ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ​, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີນ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Patrick Achi ໄດ້​ດຳ​ເນີນ​ການໂອ້ລົມ​ເຈລະ​ຈາ.

Top