• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນບັນດາພື້ນຖານໜັກແໜ້ນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ

      ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້, ໜັງສືພິມ Times of India ຂອງ ອິນເດຍ ໄດ້ມີບົດສຳພາດທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່ຽວກັບການຊຸກຍູ້ການພົວພັນ ອາຊຽນ - ອິນເດຍ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ   
        ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສາທາລະນະລັດ ອິນເດຍ Narendra Modi, ຕອນເຊົ້າວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ, ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກຈາກຮ່າໂນ້ຍ ເດີນທາງໄປ ອິນເດຍ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ - ອິນເດຍ ແລະ ພິທີສະເຫຼີມສະຫຼອງສ້າງຕັ້ງສາທາລະນະລັດ ອິນເດຍຄົບຮອບ 69 ປີ, ແຕ່ວັນທີ  24 – 26 ມັງກອນ 2018. ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້, ໜັງສືພິມ Times of India ຂອງ ອິນເດຍ ໄດ້ມີບົດສຳພາດທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່ຽວກັບການຊຸກຍູ້ການພົວພັນ ອາຊຽນ - ອິນເດຍ. ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ອີງໃສ່ບັນດາຄຸນຄ່າຍາວນານທີ່ເຄີຍໄດ້ຮັບການສ້າງຕັ້ງຍ້ອນການກະທົບລະຫວ່າງພື້ນຖານວັດທະນະທຳ ແລະ ມູນເຊື້ອ.ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງນີ້ໄດ້ຮັບການຈັດຕັ້ງຢູ່ ນີວແດນລີ, ເປັນຂີດໝາຍປະຫວັດສາດທີ່ສະແດງໃຫ້ເຫັນການພົວພັນອັນດີງາມລະຫວ່າງ 2 ຝ່າຍ. ທ່ານນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ດ້ວຍພື້ນຖານອັນໜັກແໜ້ນ ແລະ ໃຫຍ່ຫຼວງນີ້, ການນຳ ອາຊຽນ ແລະ ອິນເດຍ ຈະຕ້ອງມານະພະຍາຍາມນຳການພົວພັນຄູ່ຮ່ວມມືຍຸດທະສາດຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ການເຊື່ອມຕໍ່ 2 ຝ່າຍຄວນໄດ້ຮັບຖືວ່າ ແມ່ນບຸລິມະສິດຍຸດທະສາດ. ທ່ານນາຍົກລັດຖະມົນຕີ ກໍ່ສະແດງຄວາມຫວັງກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານໃນຫຼາຍຂົງເຂດກັບ ອິນເດຍ ບົນພື້ນຖານສັນຕິພາບ, ສະຖຽນລະພາບ ແລະ ເຄົາລົບກົດໝາຍໃນພາກພື້ນ ແລະ ໃນມະຫາສະໝຸດອິນເດຍ ແລະ ປາຊີຟິກ.
        ກ່ຽວກັບການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ປີ 2017, ໄດ້ຮັບຮູ້ບາງບາດກ້າວໃໝ່ໃນວິວັດການສ້າງ COC, ເຊິ່ງລວມມີ ອາຊຽນ ແລະ ຈີນ ຮັບຮອງເອົາຮ່າງ COC ແລະ ຖະແຫຼງເລີ່ມດຳເນີນວິວັດທະນາການເຈລະຈາ COC ຢ່າງເປັນທາງການ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ເລື່ອງບັນລຸໄດ້ COC ມີລັກສະນະຜູກຮັດຖືກຕ້ອງຕາມກົດໝາຍຈະແມ່ນການປະກອບສ່ວນສຳຄັນໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນເວົ້າລວມ ແລະ ພິເສດແມ່ນຢູ່ທະເລຕາເວັນອອກ ເວົ້າສະເພາະ.
 (ແຫຼ່ງຄັດຈາກ VOV)
 

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top