• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງປະທານສະພາຕ່ຳ ສ.ເຊັກໂກ

ວັນທີ 05 ມິຖຸນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ ທັງເປັນປະທານພັກກອມມູນິດ ເຊັກໂກ - ໂມຣາວາ Vojtech Filip ພວມຢູ່ຢ້ຽມຢາມ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ Vojtech Filip (ພາບ: VGP) 

ນະທີ່ນີ້, ທ່ານຮອງປະທານສະພາຕ່ຳ Vojtech Filip ປາດຖະໜາວ່າ ຫວຽດນາມ ຈະນຳໃຊ້ນະໂຍບາຍອອກວິຊາໃຫ້ສະດວກກ່ວາ ສຳລັບພົນລະເມືອງ ເຊັກໂກ ໂດຍໄວ ແລະ ທ່ານໃຫ້ຮູ້ວ່າ: ເຊັກໂກ ຈະສ້າງເງື່ອນໄຂສະດວກກ່ຽວກັບລະບຽບການອອກວິຊາໃຫ້ຊາວ ຫວຽດນາມ ໄປຍັງ ເຊັກໂກ ອອກແຮງງານ, ຮ່ຳຮຽນ, ທ່ອງທ່ຽວ . ທ່ານຮອງປະທານສະພາຕ່ຳ Vojtech Filip ສະເໜີວ່າ 2 ຝ່າຍສົ່ງເສີມ, ສົມທົບກັນຢ່າງແຮງໃນຂົງເຂດເຕັກໂນໂລຢີທາງອາກາດ. ທ່ານ Vojtech Filip ສະເໜີລັດຖະບານ ຫວຽດນາມ ສະໜັບສະໜູນເລື່ອງເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດ ເພື່ອຊຸກຍູ້ການສົ່ງເສີມການຄ້າ, ພົວພັນແລກປ່ຽນ, ການຮ່ວມມື ແລະ ແລກປ່ຽນວັດທະນະທຳລະຫວ່າງປະຊາຊົນ ແລະ ວິສາຫະກິດ 2ປະເທດ.

        ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນກັບບັນດາປະເທດທີ່ເປັນມູນເຊື້ອຢູ່ພາກພື້ນ ເອີຣົບຕາເວັນອອກກາງ, ໃນນັ້ນ ມີເຊັກໂກ. ທ່ານນາຍົກລັດຖະມົນຕີສະເໜີ 2 ຝ່າຍສືບຕໍ່ມານະພະຍາຍາມກ່ວາອີກ ເພື່ອຊຸກຍູ້ ແລະ ເປີດກ້ວາງການຮ່ວມມືເສດຖະກິດ - ການຄ້າ ແລະ ການລົງທຶນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ສ.ເຊັກໂກ ສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ຫວຽດນາມ ປາດຖະໜາວ່າ ເຊັກໂກ ສືບຕໍ່ສະໜັບສະໜູນ, ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອີຢູ; ເຊັນ FTA ຫວຽດນາມ - ອີຢູ (EVFTA) ໂດຍໄວ. ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ເພື່ອໃຫ້ ເຊັກໂກ ເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດສະມາຊິກ.


ທ່ານນາງຫງວຽນທິກິມເງິນ ແລະ ທ່ານ Vojtech Filip

ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ, ປະທານພັກກອມມູນິດ ເຊັກໂກ - ໂມຣາວາ Vojtech Filip. ທ່ານ Vojtech Filip ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ ຄະນະຜູ້ແທນ ກຳມາທິການວິທະຍາສາດ, ການສຶກສາ, ວັດທະນະທຳ, ຊາວໜຸ່ມ ແລະ ກິລາ ສະພາຕ່ຳ ເຊັກໂກ ປາດຖະໜາຢາກຍູ້ແຮງການຮ່ວມມືໃນຂົງເຂດສອນວິຊາ ຊຶ່ງ ເຊັກໂກ ມີທ່າແຮງ.

        ສ່ວນທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ: ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນກັບ ສ.ເຊັກໂກ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມືທີ່ບັນລຸໄດ້ ແນໃສ່ຊຸກຍູ້ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ 2 ຝ່າຍກ່ວາອີກ, ເປັນຕົ້ນແມ່ນໃນບັນດາຂົງເຂດ ຊຶ່ງ ຫວຽດນາມ ພວມມີຄວາມຕ້ອງການ ແລະ ເຊັກໂກ ມີທ່າແຮງ; ພ້ອມກັນນັ້ນ ຍູ້ແຮງການຮ່ວມມືລະຫວ່າງ ພັກ, ລັດ ແລະ ພົບປະແລກປ່ຽນປະຊາຊົນ.

 (ແຫຼ່ງຄັດຈາກ VOV)


ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Fukuoka ກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ.

Top