• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍ້ອງຍໍ 700 ບຸກຄົນມີຄຸນງາມຄວາມດີຕໍ່ການປະຕິວັດທີ່ດີເດັ່ນ

      ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຍ້ອງຍໍບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນທົ່ວປະເທດ ໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມສົມທົບກັບກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ໜັງສືພິມເຍີນເຢີນ ຈັດຕັ້ງຂຶ້ນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບໃບຍ້ອງຍໍໃຫ້ບັນດາບຸກຄົນດີເດັ່ນ
      700 ຄົນມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນບັນດາແມ່ ຫວຽດນາມ ວິລະຊົນ ດີເດັ່ນ, ແມ່ນແບບຢ່າງໃນຂະບວນການຕອບບຸນແທນຄຸນ, ແມ່ນວິລະຊົນກຳລັງປະກອບອາວຸດ, ວິລະຊົນແຮງງານດີເດັ່ນ, ແມ່ນບັນດາຜູ້ທີ່ໃນຕະຫຼອດຊີວິດຂອງຕົນໄດ້ໄປຊອກຫາອັດຖິເພື່ອນຮ່ວມກົມກອງ ຫຼື ເຮັດວຽກງານເພື່ອບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຫຼາຍແບບຢ່າງດີເດັ່ນອື່ນໆອີກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:
        ພວກເຮົາເຄົາລົບ ແລະ ນິຍົມນັບຖືບັນດາຄວາມມານະພະຍາຍາມບືນຕົວຂຶ້ນຂອງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີ, ໄດ້ເສີມຂະຫຍາຍມູນເຊື້ອວິລະຊົນປະຕິວັດ, ຜ່ານຜ່າຄວາມເຈັບປວດ, ການສູນເສຍ, ຜ່ານຜ່າໂລກພະຍາດ, ສືບຕໍ່ອຸທິດສ່ວນກຳລັງແຮງ, ພູມປັນຍາ, ຄວາມສາມາດເພື່ອສ້າງຄອບຄົວ, ບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບດີງາມກ່ວາ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top