• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ພົບປະກັບບັນດາການນຳ ອາຊຽນ ເນື່ອງໃນໂອກາດກອງປະຊຸມປະຈຳປີ IMF – WB

ໂດຍໄດ້ຮັບຄຳເຊີນຂອງ ທ່ານປະທານາທິບໍດີ ອິນໂດຍເນເຊຍ Joko Widodo, ວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມການພົບປະກັບບັນດາການນຳອາຊຽນ ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຈຳປີ ກອງທຶນເງິນຕາສາກົນ (IMF) - ທະນາຄານໂລກ (WB) ທີ່ບາລີ, ອິນໂດເນເຊຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖ່າຍຮູບກັບບັນດາການນຳ ອາຊຽນ (ພາບ:TTXVN)

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຖືວ່າຜົນສຳເລັດຂອງກອງປະຊຸມ WEF ASEAN 2018 ທີ່ຈັດຂຶ້ນຢູ່ຫວຽດນມ ຫວ່າງແລ້ວນີ້ ໄດ້ສະແດງໃຫ້ເຫັນວ່າ ອາຊຽນ ມີທ່າແຮງຫຼາຍຢ່າງ, ພ້ອມແລ້ວທີ່ຈະຮັບເອົາ ແລະ ໝູນໃຊ້ ໝາກຜົນຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ຢ່າງມີປະສິດທິຜົນ. ທ່ານກ່າວວ່າ:

“ຂ້າພະເຈົ້າສະເໜີໃຫ້ ສະຫະປະຊາຊາດ, ກອງທຶນເງິນຕາສາກົນ, ທະນາຄານໂລກ ປະສານສົມທົບກັບ ອາຊຽນ ແລະ ຫວຽດນາມຊຸກຍູ້ການຜັນຂະຫຍາຍປະຕິບັດ ບັນດາໝາກຜົນຂອງກອງປະຊຸມ WEF ອາຊຽນໃຫ້ແທດຈິງ, ໂດຍສະເພາະແມ່ນກົນໄກຄວາມກົມກຽວລະຫວ່າງສະພາບແວດລ້ອມໃນການດຳເນີນທຸລະກິດ, ຂອບເຂດການເຊື່ອມຕໍ່ກັບບັນດາສູນບຳລຸງສ້າງແຫ່ງຊາດ ແລະ ການເຊື່ອມຕໍ່ກກກັບຕາໜ່າງການສຶກສາ ແລະ ກໍ່ສ້າງລະບົບການຮຽນຕະຫຼອດຊີວິດ ຢູ່ບັນດາປະເທດ ອາຊຽນ”

ສຳລັບ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ກຳລັງປ່ຽນແປງໃໝ່ຢ່າງແຮງ, ກໍ່ສ້າງລັດຖະບານສ້າງສັນ, ພັດທະນາ, ສັດຊື່ບໍລິສຸດ, ມີການກະທຳ, ຮັບໃຊ້ປະຊາຊົນ, ວິສາຫະກິດ; ຫວຽດນາມ ກຳລັງ ເພີ່ມທະວີການຮ່ວມມື, ຍູ້ແຮງການປະຕິບັດບັນດາແຜນການ ກ່ຽວກັບປະຊາຄົມ ອາຊຽນ 2025. ທ່ານກວ່າຕື່ມອີກວ່າ

“ຂ້າພະເຈົ້າສະເໜີ ໃຫ້ພວກເຮົາສົມທົບກັນຜັນຂະຫຍາຍບັນດາຂໍ້ສະເໜີແນະ, ໂດຍສະເພາະແມ່ນໃນ 5 ຂົງເຂດບຸລິມະສິດໃນ “ບົດລາຍງານລະຫວ່າງ ວິໄສທັດປະຊາຄົມອາຊຽນ 2025 ແລະ ໂຄງການດຳເນີນງານ 2030 ຂອງ ສປຊ ກ່ຽວກັບການພັດທະນາແບບຍືນຍົງ” ລວມມີການຍົກສູງກຳລັງຄວາມມາດ ກຸ້ມຕົນເອງ, ພັດທະນາພື້ນຖານໂຄງລ່າງ, ຜະລິດ ແລະ ຈຳໜ່າຍແບບຍືນຍົງ, ຫຼຸດຜ່ອນຄວາມທຸກຍາກ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ”.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top