ວັນທີ 29 ພະຈິກ, ທ່ານ Jotham Napat, ນາຍົກລັດຖະມົນຕີ ວານົວຕູ ແລະ ພັນລະຍາ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 29 ພະຈິກ – 4 ທັນວາ, ຕາມຄຳເຊີນຂອງ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ.
ນີ້ແມ່ນເທື່ອທີ 2 ທີ່ທ່ານນາຍົກລັດຖະມົນຕີ ວານົວຕູ Jotham Napat ມາຢ້ຽມຢາມ ຫວຽດນາມ ນັບແຕ່ຮັບດຳລົງຕຳແໜ່ງເມື່ອເດືອນ ກຸມພາ 2025, ແຕ່ເປັນຄັ້ງທຳອິດທີ່ທ່ານໄດ້ມາຢ້ຽມຢາມຢ່າງເປັນທາງການ. ກ່ອນໜ້ານັ້ນ, ທ່ານເຄີຍມາຢ້ຽມຢາມ ຫວຽດນາມ ແບບບໍ່ເປັນທາງການ ເປັນເວລາ 12 ວັນ, ແຕ່ວັນທີ 13 – 25 ມັງກອນ 2026.
ຫວຽດນາມ ແລະ ວານົວຕູ ໄດ້ສ້າງຕັ້ງການພົວພັນທາງການທູດເມື່ອປີ 1982. ປະຈຸບັນ, ຊາວ ຫວຽດນາມ ແມ່ນໜຶ່ງໃນບັນດາປະຊາຄົມຄົນຕ່າງປະເທດໃຫຍ່ກວ່າໝູ່ຢູ່ ວານົວຕູ. ໃນຂະນະນັ້ນ, ນັກສຶກສາ ວານົວຕູ ຈໍານວນຫຼາຍກໍ່ພວມຮ່ຳຮຽນຢູ່ 8 ສະຖານການບຳລຸງສ້າງຢູ່ ຫວຽດນາມ.






