• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີງ: ປະຕິບັດການຫັນເປັນດິຈິຕອນແຫ່ງຊາດຢ່າງຮອບດ້ານ, ສັງລວມ, ມີຄຸນນະພາບ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຊີ້ແຈ້ງວ່າ: ການຫັນເປັນດີຈີຕອນແມ່ນວຽກງານການເມືອງສຳຄັນຂອງພັກ ແລະ ລັດ; ມຸ່ງໄປສູ່ເປົ້າໝາຍສຸດທ້າຍແມ່ນຮັບໃຊ້ປະຊາຊົນ, ຖືປະຊາຊົນເປັນໃຈກາງ...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 12 ກໍລະກົດ, ຢູ່ສຳນັກງານລັດຖະບານທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ, ປະທານຄະນະກຳມະການຫັນເປັນດິຈິຕອນແຫ່ງຊາດໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດສະຫຼຸບ 6 ເດືອນຕົ້ນປີ 2023 ກ່ຽວກັບການຫັນເປັນດິຈິຕອນແຫ່ງຊາດ ແລະ ແຜນພັດທະນາ. ຂໍ້ມູນພົນລະເມືອງ, ກຳນົດແລະຢັ້ງຢືນທາງເອເລັກໂຕນິກ ຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດໃນໄລຍະ 2022 – 2025, ວິໄສທັດຮອດປີ 2030 (ແຜນແມ່ບົດ 06).      

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຊີ້ແຈ້ງວ່າ: ການຫັນເປັນດີຈີຕອນແມ່ນວຽກງານການເມືອງສຳຄັນຂອງພັກ ແລະ ລັດ; ມຸ່ງໄປສູ່ເປົ້າໝາຍສຸດທ້າຍແມ່ນຮັບໃຊ້ປະຊາຊົນ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ເປັນເປົ້າໝາຍ, ເປັນກຳລັງໜູນ ແລະ ເປັນແຫຼ່ງກຳລັງພັດທະນາ, ເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດໃຫ້ດີຂຶ້ນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ການກໍ່ສ້າງ ແລະ ພັດທະນາ ລະບົບນິເວດພົນລະເມືອງດີຈີຕອນຕ້ອງແມ່ນ ພື້ນຖານອັນສຳຄັນຂອງການຫັນເປັນດີຈີຕອນແຫ່ງຊາດ, ເປັນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກ ຊີວິດເສດຖະກິດ ແລະ ສັງຄົມໄດ້.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top