• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີງ: ຕັດສິນໃຈ, ມານະພະຍາຍາມເຮັດສຳເລັດແຜນພັດທະນາເສດຖະກິດ-ສັງຄົມປີ 2023

ຕອນບ່າຍວັນທີ 3 ມັງກອນ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລື, ຕີລາຄາໝາກຜົນພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມໃນປີ 2022; ຍົກອອກບັນດາໜ້າທີ່ ແລະ ວິທີແກ້ໄຂຕົ້ນຕໍໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2023
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ກ່າວຄຳເຫັນທີ່ກອງປະຊຸມ

ໂດຍສືບຕໍ່ໂຄງການດຳເນີນງານຂອງ ກອງປະຊຸມ ທາງໄກລະຫວ່າງລັດຖະບານ ກັບ ທ້ອງຖິ່ນຕ່າງໆ, ຕອນບ່າຍວັນທີ 3 ມັງກອນ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລື, ຕີລາຄາໝາກຜົນພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມໃນປີ 2022; ຍົກອອກບັນດາໜ້າທີ່ ແລະ ວິທີແກ້ໄຂຕົ້ນຕໍໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2023 ຕາມບົດສະຫລຸບຂອງສູນກາງພັກ ແລະ ມະຕິຂອງສະພາແຫ່ງຊາດ ຊຸດທີ 15 ກ່ຽວກັບແຜນພັດທະນາເສດຖະກິດ - ສັງຄົມ ໃນປີ 2023.

ກ່າວສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງມານະພະຍາຍາມຈົນສຸດຄວາມສາມາດ ແລະ ຕັດສິນໃຈປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, 03 ໂຄງການເປົ້າໝາຍແຫ່ງຊາດ, ປ່ອຍເງິນລົງທຶນສາທາລະນະ; ແກ້ໄຂຂໍ້ບົກຜ່ອງ ແລະ ຄວາມອ່ອນແອຂອງພື້ນຖານເສດຖະກິດ, ແກ້ໄຂສິ່ງຄ້າງຄາຂອງການເຕີບໂຕ ແລະ ສິ່ງກີດຂວາງດ້ານກົນໄກ ແລະ ນະໂຍບາຍ; ຊຸກຍູ້ການຮ່ວມມືພາກລັດ-ເອກະຊົນ (PPP), ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງ. ຊຸກຍູ້ການຜະລິດ ແລະ ດຳເນີນທຸລະກິດ, ໜູນຊ່ວຍວິສາຫະກິດ, ສ້າງວຽກເຮັດງານທຳ, ຟື້ນຟູຕະຫຼາດແຮງງານ; ສຸມໃສ່ຂຸດຄົ້ນຕະຫຼາດພາຍໃນເປັນຢ່າງດີ, ພ້ອມກັນນັ້ນກໍ່ຍູ້ແຮງການສົ່ງເສີມ, ຫັນຕະຫຼາດ, ຜະລິດຕະພັນ ແລະ ຕ່ອງໂສ້ການສະໜອງເປັນຫຼາຍຮູບຫຼາຍແບບ.

ທ່ານນາຍົກລັດຖະມົນຕີຍັງໄດ້ຮຽກຮ້ອງໃຫ້ເຮັດສຳເລັດວຽກງານວາງແຜນກຳນົດ; ສ້າງລະບອບລະບຽບການ, ກົນໄກ ແລະ ນະໂຍບາຍຮັບໃຊ້ ການພັດທະນາແບບຍືນຍົງ, ເສດຖະກິດຂຽວ, ເສດຖະກິດໝູນວຽນໃຫ້ສົມບູນແບບ; ເປັນເຈົ້າການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ; ສືບຕໍ່ປັບປຸງ ເພີີ່ມທະວີກຳລັງບົ່ມຊ້ອນດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ; ເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ.

(ແຫຼ່ງຄັດຈາກ VOV)

ບົດ​ຂ​ຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ແສງສະ​ຫວ່າງ ​ໂຮ່​ຈີ​ມິນ ເຍືອງ​ທາງ​ໃຫ້​ແກ່​ພວກ​ເຮົາ​ເດີນ

ບົດ​ຂ​ຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ: ແສງສະ​ຫວ່າງ ​ໂຮ່​ຈີ​ມິນ ເຍືອງ​ທາງ​ໃຫ້​ແກ່​ພວກ​ເຮົາ​ເດີນ

ໃນ​ບົດ​ຂຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ​ ວັນ​ທີ 19 ພຶດ​ສະ​ພາ 2026 ແມ່ນ​ວັນ​ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ​ໂຮ່​ຈີ​ມິນ ຜູ້​ຍິ່ງ​ໃຫຍ່​ໃນ​ຈຸດ​ເວ​ລາ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ.

Top