ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີງ: ຕັດສິນໃຈ, ມານະພະຍາຍາມເຮັດສຳເລັດແຜນພັດທະນາເສດຖະກິດ-ສັງຄົມປີ 2023

ຕອນບ່າຍວັນທີ 3 ມັງກອນ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລື, ຕີລາຄາໝາກຜົນພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມໃນປີ 2022; ຍົກອອກບັນດາໜ້າທີ່ ແລະ ວິທີແກ້ໄຂຕົ້ນຕໍໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2023
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ກ່າວຄຳເຫັນທີ່ກອງປະຊຸມ

ໂດຍສືບຕໍ່ໂຄງການດຳເນີນງານຂອງ ກອງປະຊຸມ ທາງໄກລະຫວ່າງລັດຖະບານ ກັບ ທ້ອງຖິ່ນຕ່າງໆ, ຕອນບ່າຍວັນທີ 3 ມັງກອນ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລື, ຕີລາຄາໝາກຜົນພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມໃນປີ 2022; ຍົກອອກບັນດາໜ້າທີ່ ແລະ ວິທີແກ້ໄຂຕົ້ນຕໍໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2023 ຕາມບົດສະຫລຸບຂອງສູນກາງພັກ ແລະ ມະຕິຂອງສະພາແຫ່ງຊາດ ຊຸດທີ 15 ກ່ຽວກັບແຜນພັດທະນາເສດຖະກິດ - ສັງຄົມ ໃນປີ 2023.

ກ່າວສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງມານະພະຍາຍາມຈົນສຸດຄວາມສາມາດ ແລະ ຕັດສິນໃຈປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, 03 ໂຄງການເປົ້າໝາຍແຫ່ງຊາດ, ປ່ອຍເງິນລົງທຶນສາທາລະນະ; ແກ້ໄຂຂໍ້ບົກຜ່ອງ ແລະ ຄວາມອ່ອນແອຂອງພື້ນຖານເສດຖະກິດ, ແກ້ໄຂສິ່ງຄ້າງຄາຂອງການເຕີບໂຕ ແລະ ສິ່ງກີດຂວາງດ້ານກົນໄກ ແລະ ນະໂຍບາຍ; ຊຸກຍູ້ການຮ່ວມມືພາກລັດ-ເອກະຊົນ (PPP), ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງ. ຊຸກຍູ້ການຜະລິດ ແລະ ດຳເນີນທຸລະກິດ, ໜູນຊ່ວຍວິສາຫະກິດ, ສ້າງວຽກເຮັດງານທຳ, ຟື້ນຟູຕະຫຼາດແຮງງານ; ສຸມໃສ່ຂຸດຄົ້ນຕະຫຼາດພາຍໃນເປັນຢ່າງດີ, ພ້ອມກັນນັ້ນກໍ່ຍູ້ແຮງການສົ່ງເສີມ, ຫັນຕະຫຼາດ, ຜະລິດຕະພັນ ແລະ ຕ່ອງໂສ້ການສະໜອງເປັນຫຼາຍຮູບຫຼາຍແບບ.

ທ່ານນາຍົກລັດຖະມົນຕີຍັງໄດ້ຮຽກຮ້ອງໃຫ້ເຮັດສຳເລັດວຽກງານວາງແຜນກຳນົດ; ສ້າງລະບອບລະບຽບການ, ກົນໄກ ແລະ ນະໂຍບາຍຮັບໃຊ້ ການພັດທະນາແບບຍືນຍົງ, ເສດຖະກິດຂຽວ, ເສດຖະກິດໝູນວຽນໃຫ້ສົມບູນແບບ; ເປັນເຈົ້າການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ; ສືບຕໍ່ປັບປຸງ ເພີີ່ມທະວີກຳລັງບົ່ມຊ້ອນດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ; ເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ.


top