• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ເຄື່ອນໄຫວຢ້ຽມຢາມ ຣູມານີ ຢ່າງເປັນທາງການ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຣູມານີ Ion Marcel Ciolacu, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ຣູມານີ ຢ່າງເປັນທາງການ ແຕ່ວັນທີ 20 – 22 ມັງກອນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະວົງແຄບ ກັບທ່ານນາຍົກລັດຖະມົນຕີ ຣູມານີ Ion Marcel Ciolacu

ຕອນເຊົ້າວັນທີ 22 ມັງກອນນີ້, ຢູ່ນະຄອນຫຼວງ Bucharest, ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະວົງແຄບ ແລະ ເຈລະຈາກັບທ່ານນາຍົກລັດຖະມົນຕີ ຣູມານີ  Ion Marcel Ciolacu.

ທີ່ການເຈລະຈາ, ການນຳສອງທ່ານໄດ້ປຶກສາຫາລືຢ່າງກ້ວາງເລິກກ່ຽວກັບທິດທາງໃຫຍ່ ແລະ ບັນດາມາດຕະການສະເພາະເພື່ອຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.

ກ່ຽວກັບການຮ່ວມມືດ້ານການເມືອງ - ການຕ່າງປະເທດ, 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ເພີ່ມທະວີການພົວພັນແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ໃນທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປັນພື້ນຖານເພື່ອຊຸກຍູ້ ແລະ ເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ທ່ານນາຍົກລັດຖະມົນຕີ 2 ທ່ານ ຢືນຢັນວ່າ ນີ້ແມ່ນເສົາຄ້ຳສຳຄັນໃນການພົວພັນ 2 ຝ່າຍ; ຕົກລົງຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ-ການລົງທຶນທີ່ເໝາະສົມກັບການພົວພັນທາງການເມືອງ. 2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດທີ່ມີມາແຕ່ດົນນານ ຄື: ການສຶກສາ, ວິທະຍາສາດ, ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ແຮງງານ... ພ້ອມກັນນັ້ນ, ຊຸກຍູ້ການເປີດກ້ວາງການຮ່ວມມືໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ນະວັດຕະກຳ, ການຫັນເປັນດີຈີຕອນ. , ການຫັນເປັນສີຂຽວ, ເສດຖະກິດໝູນວຽນ ...

ນາຍົກລັດຖະມົນຕີ 2 ທ່ານ ຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນບົດຮຽນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການສາກົນ, ປະກອບສ່ວນຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ນາຍົກລັດຖະມົນຕີສອງປະເທດຢືນຢັນຄວາມສຳຄັນຂອງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ຫຼືນາບຂູ່ນຳໃຊ້ກຳລັງອາວຸດ, ສອດຄ່ອງກັບກົດໝາຍສາກົນ.

ພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຣູມານີ Ion-Marcel Ciolacu ໄດ້ເປັນສັກຂີພິຍານພິທີລົງນາມ ແລະ ມອບເອກະສານຮ່ວມມື 19 ສະບັບລະຫວ່າງກະຊວງ, ຂະແໜງການ ແລະ ອົງການສຳນັກງານຂອງສອງປະເທດ; ພ້ອມກັບ ສັນຍາຮ່ວມມື ແລະ ບົດບັນທຶກຊ່ວຍຈຳການຮ່ວມມື 15 ສະບັບລະຫວ່າງບັນດາສະຖາບັນ ແລະ ມະຫາວິທະຍາໄລຂອງ ຫວຽດນາມ ແລະ ຣູມານີ.   

ຕອນເຊົ້າວັນທີ 22 ມັງກອນນີ້, ຢູ່ນະຄອນຫຼວງ Bucharest, ປະເທດ ຣູມານີ, ພາຍຫຼັງການເຈລະຈາສຳເລັດຜົນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ຣູມານີ Ion-Marcel Ciolacu ໄດ້ດຳເນີນການປະຊຸມຖະແຫຼງຂ່າວຮ່ວມເພື່ອປະກາດໝາກຜົນການເຈລະຈາ.

 

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top