• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບຄະນະຜູ້ແທນບັນດາອົງການເສດຖະກິດ ຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ ສະເໜີ ໃຫ້ຍີ່ປຸ່ນ ເພີ່ມທະວີການເຄື່ອນໄຫວເຈລະຈາກ່ຽວກັບນະໂຍບາຍ, ແບ່ງປັນບົດຮຽນປະສົບການໃຫ້ແກ່ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ໃນວິວັດການສ້າງກົດໝາຍ.
  ການເຮັດວຽກລະຫວ່າງສອງຝ່າຍ (ພາບ:VGP)  

ຕອນເຊົ້າວັນທີ 7 ມີນາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນໃນການຕ້ອນຮັບຄະນະຜູ້ແທນບັນດາອົງການເສດຖະກິດ ຍີ່ປຸ່ນ ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ສົ່ງເສີມບັນດາວິສາຫະກິດ ຍີ່ປຸ່ນ ເປີດກວ້າງການຮ່ວມມືລົງທຶນໃນຫຼາຍຂົງເຂດ, ເປັນຕົ້ນແມ່ນ: ພື້ນຖານໂຄງລ່າງ, ພະລັງງານ, ອຸດສາຫະກຳປະດິດສ້າງ, ກະສິກຳຄຸນນະພາບສູງ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຕົວເມືອງອັດສະລິຍະ… ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມເດີນທາງພ້ອມກັບປະຊາຄົມວິສາຫະກິດ, ໜູນຊ່ວຍ, ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວລົງທຶນດຳເນີນທຸລະກິດ, ນຳມາເຊິ່ງຜົນປະໂຫຍດຫຼາຍກວ່າໃຫ້ແກ່ທັງສອງຝ່າຍ, ປະກອບສ່ວນນຳການພົວພັນ ຫວຽດນາມ - ຍີ່ປຸ່ນ ຂຶ້ນສູ່ລະດັບສູງໃໝ່.

ທ່ານນາຍົກລັດຖະມົນຕີ ສະເໜີ ໃຫ້ຍີ່ປຸ່ນ ເພີ່ມທະວີການເຄື່ອນໄຫວເຈລະຈາກ່ຽວກັບນະໂຍບາຍ, ແບ່ງປັນບົດຮຽນປະສົບການໃຫ້ແກ່ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ໃນວິວັດການສ້າງກົດໝາຍ, ນະໂຍບາຍໃຫ້ສົມບູນແບບ ເພື່ອແນໃສ່ປົວແປງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ໃຫ້ດີກວ່າອີກ; ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາພາບພົດ, ສະພາບແວດລ້ອມແຫ່ງການລົງທຶນ, ຄວາມສາມາດບົ່ມຊ້ອນ, ກາລະໂອກາດຮ່ວມມືລົງທຶນຂອງ ຫວຽດນາມ ເຖິງກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ຍີ່ປຸ່ນ; ສົ່ງເສີມ, ໜູນຊ່ວຍວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ເພື່ອຫັນລະບົບການສະໜອງເປັນຫຼາຍຫຼາຍຮູບແບບ; ໜູນຊ່ວຍການພັດທະນາອຸດສາຫະກຳໜູນຊ່ວຍ, ປ່ຽນແປງໃໝ່ປະດິດຄິດສ້າງ ຕິດພັນກັບການຖ່າຍທອດເຕັກໂນໂລຢີ, ໂດຍສະເພາະແມ່ນເຕັກໂນໂລຢີສູງ, ສີຂຽວ ແລະ ສະອາດ.

 

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top