• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຝ້າມມິນຈີ້ງເຂົ້າຮ່ວມກອງປະຊຸມການເມຶອງ-ການທະຫານທົ່ວກອງທັບໄລຍະ 6 ເດືອນຕົ້ນປີ 2021

ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ຈັດ ກອງປະຊຸມການເມຶອງ-ການທະຫານທົ່ວກອງທັບໄລຍະ 6 ເດືອນຕົ້ນປີ 2021.
ທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງເຂົ້າຮ່ວມກອງປະຊຸມການເມຶອງ-ການທະຫານທົ່ວກອງທັບໄລຍະ 6 ເດືອນຕົ້ນປີ 2021

ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ຝ້າມມິນຈີ້ງ ໄດ້ຊີ້ແຈ້ງເຖິງບັນດາຜົນງານທີ່ພົ້ນເດັ່ນຮອບດ້ານໃນບັນດາຂົງເຂດຊຶ່ງຫວຽດນາມບັນລຸໄດ້ໃນໄລຍະ 6 ເດືອນທີ່ຜ່ານມາ, ຊຶ່ງມີການປະກອບສ່ວນຂອງກະຊວງປ້ອງກັນປະເທດ ກໍຄືທົ່ວພະນັກງານ, ນັກຮົບທົ່ວກອງທັບ.

   ໃນໄລຍະທີ່ຈະມາເຖິງ, ທ່ານ ນາຍົກລັດຖະມົນຕີ ຝ້າມມິນຈີ້ງ ໄດ້ຕັກເຕືອນກ່ຽວກັບບາງໜ້າທີ່ສຳຄັນ, ໃນນັ້ນ ກອງທັບຄວນເປັນເຈົ້າການ ມີຫົວຄິດປະດິດສ້າງໃນການປະຕິບັດໜ້າທີ່, ເດັດດຽວ ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ຕິດພັນຢ່າງໜັກແໜ້ນ,ກົມກ່ຽວ, ມີປະສິດທິຜົນກັບການ ພັດທະນາເສດຖະກິດ-ສັງຄົມ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາປະເທດຊາດ, ພ້ອມກັນນັ້ນ ກໍເສີມຂະຫຍາຍກຳລັງແຮງຂອງມະຫາຊົນ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປັບປຸງທ່າສະໜາມປະຊາຊົນ ໃຫ້ໝັ້ນແກ່ນ.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top