• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ປະຕິບ​ັດ 3 ຮອບ​ສະ​ກັດກັ້ນ​ໂລກລະບາດ Covid – 19 ​ເປັນ​ຢ່າງ​ດີ

ຕອນບ່າຍວັນທີ 23 ມີນາ, ຢູ່ຮ່່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຕັກເຕືອນວ່າ ບັນດາເຂດແຍກຕົວລວມໝູ່ ແມ່ນມີການສໍາຜັດລະຫວ່າງຜູ້ແຍກຕົວມາກ່ອນ ກັບ ຜູ້ແຍກຕົວມາໃໝ່, ສະນັ້ນອາດຈະພາໃຫ້ເກີດການຕິດແປດຕໍ່ກັນຢູ່ໃນເຂດດຽວກັນ. ສະນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ສະເໜີບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດກວ່າອີກ.

“ຂ້າພະເຈົ້າຖືວ່າ ພວກເຮົາຕ້ອງມີຢູ່ 3 ຮອບ, ດັ່ງນັ້ນຕ້ອງປະຕິບັດໃຫ້ເປັນຢ່າງດີ. ທີໜຶ່ງ ແມ່ນສືບຕໍ່ຄວບຄຸມການເຄື່ອນໄຫວເຂົ້າ - ອອກເມືອງໃຫ້ແໜ້ນແຟ້ນ, ເຂັ້ມງວດ ນັບທັງທາງບົກ, ການອາກາດ, ທາງນໍ້າ ແລະ ທາງລົດໄຟ ດ້ວຍບັນດາມາດຕະການກວດສຸຂະພາບຢ່າງເຄັ່ງຄັດ. ທີສອງແມ່ນ ສືບຕໍ່ຈັດຕັ້ງການແຍກຕົວລວມໝູ່ໃຫ້ຖືກຕ້ອງຕາມຂໍ້ກໍານົດ ແລະ ປະຕິບັດຢ່າງຂ້ຽວຂາດກວ່າ ເຖິງວ່າຈະສິ້ນເປືອງເງິນທຶນກໍຕາມ. ທີສາມ ແມ່ນຕ້ອງມີແບບວິທີແຍກຕົວພິເສດຢູ່ກັບບ່ອນພັກອາໄສຂອງຄອບຄົວ ຫຼື ສະຖານທີ່ຢູ່ໃຕ້ຕິດຕາມກວດກາຂອງຂະແໜງສາທາລະນະສຸກຕາມຂໍ້ກໍານົດຢ່າງແໜ້ນແຟ້ນ, ບໍ່ປະໃຫ້ແຜ່ລະບາດອອກສູ່ວົງຄະນະຍາດ. ຂ້າພະເຂົ້າຕັກເຕືອນວ່າ, ໄລຍະໃໝ່ນີ້, ຄວາມສ່ຽງແຜ່ລະບາດອອກສູ່ວົງຄະນະຍາດແມ່ນສູງທີ່ສຸດ, ສະນັ້ນ, ຕ້ອງມີມາດຕະການສະກັດກັ້ນຢ່າງແຂງແຮງ”.

 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top