• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກ: ສຸມໃສ່ສ້າງລະບອບກົດໝາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການມີໜ້າທີ່ຮັບຜິດຊອບ ຕ້ອງເອົາໃຈໃສ່ເຖິງວຽກງານສ້າງລະບອບກົດໝາຍ ໃຫ້ຫຼາຍກວ່າ ແລະ ດີກວ່າອີກ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ວາລະປະຊຸມ

(ພາບ: vov.vn) 

ໃນວາລະປະຊຸມນັດສາມັນ ເດືອນ ມິຖຸນາ 2018 ໄດ້ດຳເນີນໃນຕອນເຊົ້າວັນທີ 3 ກໍລະກົດ, ທີ່ສຳນັກງານລັດຖະບານ, ບັນດາສະມາຊິກລັດຖະບານ ໄດ້ຮັບຟັງກະຊວງຍຸຕິທຳ ສະເໜີ ບົດລາຍງານກ່ຽວກັບ ສະພາບການປະຕິບັດລາຍການກໍ່ສ້າງກົດໝາຍ, ລັດຖະດຳລັດຂອງລັດຖະບານ ແລະ ສະພາບການປະກາດໃຊ້ເອກະສານກຳນົດຢ່າງລະອຽດ ກ່ຽວກັບການປະຕິບັດກົດໝາຍ, ລັດຖະດຳລັດ ໄຕມາດ 2 ປີ 2018.

        ໄລ່ມາຮອດວັນທີ 30 ມິຖຸນາ 2018, ລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ອົງການທຽບເທົ່າກັບກະຊວງ ໄດ້ປະກາດໃຊ້ເອກະສານກຳນົດ 93/115 ສະບັບ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການມີໜ້າທີ່ຮັບຜິດຊອບ ຕ້ອງເອົາໃຈໃສ່ເຖິງວຽກງານສ້າງລະບອບກົດໝາຍ ໃຫ້ຫຼາຍກວ່າ ແລະ ດີກວ່າອີກ. ກະຊວງຍຸຕິທຳ, ຫ້ອງວ່າການລັດຖະບານ ຕ້ອງກວດກາ, ກະຕຸກຊຸກຍູ້ປະຕິບັດໂຄງການສ້າງກົດໝາຍ, ລັດຖະດຳລັດເປັນປະຈຳ. ພ້ອມທັງເນັ້ນໜັກວ່າ ບໍ່ຈົດທະບຽນເອົາເຂົ້າໃນລາຍການ ບັນດາໂຄງການສ້າງກົດໝາຍ ທີ່ຍັງບໍ່ທັນມີຄວາມເຂົ້າໃຈແຈ້ງກ່ຽວກັບທາດແທ້, ເນື້ອໃນ ແລະ ຜົນກະທົບຂອງບັນຫາ.

(ແຫຼ່ງຄັດຈາກ VOV)

 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top