• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບມະຫາວິທະຍາໄລເຫ້ວ

      ຕອນເຊົ້າວັນທີ 02 ມັງກອນ, ຢູ່ນະຄອນເຫ້ວ, ແຂວງເທື່ອທຽນເຫ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງມະຫາວິທະຍາໄລເຫ້ວ.

(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບມະຫາວິທະຍາໄລເຫ້ວ)
      ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ການນຳມະຫາວິທະຍາໄລເຫ້ວ ຊອກຫາຮູບແບບພັດທະນາ, ສ້າງເງື່ອນໄຂໃຫ້ບັນດານັກຄົ້ນຄວ້າ, ຮັບໃຊ້ໃຫ້ແກ່ການສິດສອນເປັນຢ່າງດີທີ່ສຸດໃຫ້ແກ່ນັກສຶກສາ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຄວນສືບຕໍ່ປະຕິບັດມະຕິເລກທີ 29 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກ່ຽວກັບການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ, ຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝໃນເງື່ອນໄຂເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນ.
        ທ່ານນາຍົກລັດຖະມົນຕີກໍ່ຍົກອອກບາງກຳນົດທິດໃຫຍ່ສຳລັບມະຫາວິທະຍາໄລເຫ້ວ ແລະ ມະຫາວິທະຍາໄລເວົ້າລວມ. ໃນນັ້ນ, ມະຫາວິທະຍາໄລເຫ້ວ ຕ້ອງເອົາໃຈໃສ່ຄວາມຮູ້ວິທະຍາສາດ, ວິທີການຄົ້ນຄວ້າດ້ວຍຕົນເອງ… ຕິດພັນກັບສະພາບຕົວຈິງ, ຊ່ວຍໃຫ້ນັກສຶກສາມີຫົວຄິດປະດິດສ້າງ, ມີພູມປັນຍາ ແລະ ກຳລັງຄວາມສາມາດກະທຳ, ພ້ອມກັນນັ້ນແມ່ນການບຳລຸງສ້າງຕາມຄວາມຕ້ອງການຂອງສັງຄົມ, ນັບທັງທາງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບ, ມຸ່ງໄປເຖິງບັນດາມາດຕະຖານສາກົນ.
 (ແຫຼ່ງຄັດຈາກ VOV)

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top